Header Ads

ເປີດປີທ່ອງທ່ຽວລາວ 2018 ຈະຈັດຂຶ້ນພ້ອມ ບຸນນະມັດສະການ ພະທາດຫລວງ




ພິທີ​ເປີດ​ປີ​ທ່ອງ​ທ່ຽວ​ລາວ 2018 ​ແມ່ນ​ຈະ​ໄດ້​ຈັດ​ຂຶ້ນ ​ພ້ອມ​ກັບ​ພິທີ​ເປີດ​ ບຸນ​ນະມັດສະການ​ພະທາດ​ຫລວງ ​ໃນ​ເດືອນ​ຕຸລາ 2017, ​ເຊິ່ງຈະ​ໄດ້​ເຊີນ​ບັນດາ ​ລັດຖະມົນຕີ​ບາງ​ປະ​ເທດ ​ເຊັ່ນ: ກຳປູ​ເຈຍ, ຫວຽດນາມ, ​ໄທ, ມຽນມາ ​ແລະ ບັນດາ​ເຈົ້າ​ແຂວງ ຫລື ຮອງ​ເຈົ້າ​ແຂວງ​, ຜູ້​ຊີ້​ນຳ​ວຽກ​ງານ ​ການທ່ອງ​ທ່ຽວ​ ພ້ອມ​ດ້ວຍ​ເອກອັກຄະ​ລັດຖະທູ​ດ ປະຈຳ ສປປ ລາວ ​ເຂົ້າ​ຮ່ວມ. ສໍາລັບ​ກິດຈະກຳ ​ປີທ່ອງ​ທ່ຽວ​ລາວ 2018 ລວມທັງ​ໝົດ​ ມີ 31 ກິດຈະກໍາ, ​ໂດຍ​ແນ່​ໃສ່​ບັນດາກິດຈະ​ກໍາ ​ໃນ​ການ​ສົ່ງ​ເສີ່​ມ ບຸນ​ປະ​ເພນີ​ຕ່າງໆ ​ແລະ ໂຄສະນາ​ເຜີຍ​ແຜ່​ ວັດທະນະທຳ​ອັນ​ດີ​ງານ, ປະຫວັດສາດ​ອັນ​ເປັນ​ ມູນ​ເຊື້ອ​ຂອງ​ລາວ ​ແລະ ຄວາມ​ອຸດົມສົມ​ບູນຮັ່ງມີ​ ທາງ​ດ້ານ​ທຳ​ມະ​ຊາດ​ ທີ່​ສວຍ​ງາມ​ຂອງປະ​ເທດ​ລາວ. ນອກ​ຈາ​ກນີ້, ​ຍັງ​ມີ​ກິດຈະກຳ​ຕ່າງໆ​ເຊັ່ນ: ການ​ສຳ​ມະ​ນາ​ການທ່ອງທ່ຽວ, ການ​ຍ່າງ​ເພື່ອ​ສຸຂະພາບ, ການ​ປະ​ກວດ ​ແລະ ວາງສະ​ແດງ​ຮູບ​ພາບ​ແຫ​ລ່ງທ່ອງ​ທ່ຽວ, ການ​ແຂ່ງຂັນ ​ແລະ ມອບ​ລາງວັນ ຄຣິບວີ​ດີ​ໂອ, ຮູບ​ເງົາ​ສັ້ນ, ສາລະ​ຄະດີ ​ແລະ ກິດຈະກຳ​ອື່ນໆ.






ອີງຕາມ​ບົດ​ລາຍ​ງານ​ ກ່ຽວ​ກັບ​ການ​ກະກຽມ ​ປີ​ທ່ອງ​ທ່ຽວ 2018 ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ​ ​ໃຫ້​ຮູ້​ວ່າ: ສຳລັບ​ກິດຈະກຳ​ພາຍ​ໃນ ​ປະ​ເທດ​ປະກອບ​ມີ ການ​ສົ່ງ​ເສີມ​ບຸນ​ປະ​ເພນີ​ຕ່າງ​ໆ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເປັນ​ຕົ້ນ​ ງານ​ບຸນ​​ເສົາ​ຫລັກ​ເມືອງ 10 ຊົນ​ເຜົ່າ ​ແຂ​ວງ​ເຊ​ກອງ, ບຸນ​ພະ​ບາດ​ໂພນ​ສັນ ​ແຂວງ​ບໍລິ​ຄຳ​ໄຊ, ງານ​ດອກ​ງິ້ວບານ ​ແຂວງ​ບໍ່​ແກ້ວ, ບຸນ​ຊົນ​ເຜົ່າ​ອາຄາ ​ແຂວງ​ຫລວງ​ນໍ້າ​ທາ, ບຸນ​ຊ້າງ ​ແຂວງ​ໄຊ​ຍະ​ບູລີ, ບຸນ​ວັດ​ພູ ​ແຂວງ​ຈຳປາ​ສັກ, ບຸນ​ພະທາດ​ສີ​ໂຄດ ​ແຂວງ​ຄຳ​ມ່ວນ, ງານ​ບຸນ​ຊ່ວງ​ເຮືອ ​ແຂວງ​ສາລະ​ວັນ, ບຸນປີ​ໃໝ່​ລາວ ​ແຂວງ​ຫລວງ​ພະ​ບາງ, ງານ​ສະ​ເຫລີ​ມສະຫລອງ​ ແກ້ວ​ຫລັກ​ເມືອງ ​ແລະ ທ່ຽວ​ຊົມ​ຖໍ້າ​ທ່ານ​ຜູ້ນຳ ​ແຂວງ​ຫົວພັນ, ບຸນຊ່ວງ​ເຮືອ ນະຄອນຫລວງ​ວຽງ​ຈັນ, ບຸນ​ພະ​ທາດ​ອີງຮັງ ​ແຂວງ​ສະຫວັນ​ນະ​ເຂດ, ບຸນ​ກິນ​ຈຽງ ​ແຂວງຊຽງ​ຂວາງ, ບຸນ​ກິນ​ຈຽງ (ຫລັກ 52) ​ແຂວງ​ວຽງ​ຈັນ, ບຸນ​ກິນ​ຈຽງ ​ແຂວງ​ໄຊ​ສົມບູນ, ງານ​ນະມັດສະການ​ ພະ​ເຈົ້າ​ໄຊ​ເສດ​ຖາ ​ແຂວງ​ອັດຕະປີ, ບຸນປີ​ໃໝ່​ຊົນ​ເຜົ່າ​ກຶມ​ມຸ ​ແຂວງ​ອຸດົມ​ໄຊ ​ແລະ ບຸນ​ຊ່ວງ​ເຮືອ​ເມືອງ​ຂວາ ​ແຂວງ​ຜົ້ງ​ສາລີ. ພ້ອມ​ນີ້, ຍັງ​ມີ​ການ​ຈັດ​ຂະ​ບວນ ຄາ​ລາ​ວານ​ລົດ​ທ່ອງ​ທ່ຽວ ຕາມ​ເສັ້ນທາງ​ແຫລ່ງທ່ອງ​ທ່ຽວ​ ຂອງ​ບາງ​ແຂວງ ທາງ​ພາກ​ເໜືອ ​ແລະ ພາກ​ໃຕ້; ຈັດ​ລາຍ​ການ​ຢ້ຽມຢາມ​ ແຫ​ລ່ງທ່ອງ​ທ່ຽວສຳລັບ ​ສື່​ມວນ​ຊົນ ​ແລະ ບໍລິສັດ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໂຄສະນາ ​ຜະລິດ​ຕະພັນ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ ​ອັນ​ໂດດ​ເດັ່ນ ຂອງສປປ ລາວ, ​ໂດ​ຍສະ​ເພາະ​ແມ່ນ ​ແຫ​ລ່ງທ່ອງ​ທ່ຽວ ​ທາງ​ປະຫວັດສາດ, ວັດທະນະທຳ ​ແລະ ທຳ​ມະ​ຊາດ.







ພ້ອມ​ນີ້, ຍັງ​ມີ​ກິດຈະກຳ​​ສົ່ງ​ເສີມ ​ແລະ ​ໂຄສະນາ​ປີ​ທ່ອງ​ທ່ຽວ​ລາວ ຢູ່​ຕ່າງປະ​ເທດ ​ເຊັ່ນ: ການ​ເຂົ້າ​ຮ່ວມ​ງານ ​ວາງສະ​ແດງ​ການທ່ອງທ່ຽວ​ ທີ່​ໄດ້​ເຂົ້າ​ຮ່ວມ​ເປັນ​ປົກກະຕິ​ ໃນ​ແຕ່ລະ​ປີ, ການຈັດ​ງານ​ວັນ​ລາວ ​ໃນ​​ໄລຍະ​ກອງ​ປະຊຸມ​ ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ, ​ເຊິ່ງຈະ​ໄດ້​ຈັດ​ຂຶ້ນ​ ໃນ​ເດືອນ​ມັງກອນ ປີ 2018 ທີ່​ຊຽງ​ໃໝ່ປະ​ເທດ​ໄທ, ການຈັດງານ​ລ້ຽງ​ຄ໋ອກ​ເທ​ລ ​ເພື່ອ​ໂຄສະນາ​ປີ​ທ່ອງ​ທ່ຽວ​ລາວ ທີ່​ງານ​ວາງສະ​ແດງ ITB Berlin ປະ​ເທດ​ເຢຍລະ​ມັນ​ ​​ໃນ​ເດືອນ​ມີ​ນາ 2018, ຈັດ​ງານ​ວັນ​ລາວທີ່​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ​ໃນ​ລະຫວ່າງ​ ເດືອນ​ມິ​ຖຸນາ 2018 ​ແລະ ຈັດ​ງານ​ວັນ​ລາວ ​ໃນ​ງານ​ວາງ​ສະ​ແດງ​ທ່ອງ​ທ່ຽວ ITE ຢູ່​ ​ໂຮ່ຈິມິງ ປະ​ເທດ​ຫວຽດນາມ ​ໃນ​ລະ​ຫວ່າ​ງ​ເດືອນ​ກັນຍາ 2018.







ທີ່ມາ: ສົມ​ຫວັງ/ສຳນັກຂ່າວສານປະເທດລາວ
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.