Header Ads

ລັດທຸ່ມງົບເກືອບ 40 ຕື້ກີບ ພັດທະນາພື້ນຖານການທ່ອງທ່ຽວຢູ່ 2 ເມືອງ ແຂວງຫຼວງພະບາງ


ລັດທຸ່ມງົບ ເກືອບ40ຕື້ກີບ ປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ ຢູ່ເມືອງປາກອູ ແລະ ຈອມເພັດ ແຂວງຫຼວງພະບາງ ໂດຍມີ3ບໍລິສັດ ຈະເປັນຜູ້ຮັບຜິດຊອບວຽກດັ່ງກ່າວ ແລະຈະໃຊ້ເວລາ 18ເດືອນ ເຊິ່ງຈະຊ່ວຍຍູ້ຫນູນການທ່ອງທ່ຽວຢູ່ແຂວງຫຼວງພະບາງໃຫ້ມີຄວາມສະກວດ ແລະ ຫາກຫຼາຍຂຶ້ນຕື່ມ.



ໃນວັນທີ 11 ຕຸລາຜ່ານມາ ນີ້ ທີ່ໂຮງແຮມລາວພລາຊານະ ຄອນຫຼວງວຽງຈັນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)  ໄດ້ເຊັນສັນຍາກັບ 3 ບໍລິສັດ ຮັບເໝົາກໍ່ສ້າງຄື: ລັດວິສາຫະ ກິດກໍ່ສ້າງທາງເລກ 8, ບໍລິສັດ ພູໂຂງກໍ່ສ້າງຈຳກັດ ແລະ ບໍລິ ສັດຕາຍເຈື່ອງເຊີນກໍ່ສ້າງຈຳ ກັດ ເພື່ອເຂົ້າປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະ ດວກທີ່ຕິດພັນກັບການທ່ອງ ທ່ຽວຢູ່ເມືອງປາກອູ ແລະ ເມືອງ ຈອມເພັດ ແຂວງຫຼວງພະບາງ.



 ໂຄງການປັບປຸງໂຄງລ່າງ ພື້ນຖານ ແລະ ສິ່ງອຳນວຍ ຄວາມສະດວກທີ່ຕິດພັນກັບ ການທ່ອງທ່ຽວຢູ່ເມືອງປາກອູ ແລະ ເມືອງຈອມເພັດ ເປັນທຶນ ກູ້ຢືມຈາກທະນາຄານພັດທະ ນາອາຊີ (ADB) ສັນຍາກູ້ຢືມ ເລກທີ 3156-LAO (SF) ລວມມີມູນຄ່າສັນຍາ  4,5 ລ້ານກວ່າ ໂດລາ ຫຼື ປະມານ 36 ຕື້ ກວ່າກີບ ມີໄລຍະເວລາກໍ່ສ້າງ 18 ເດືອນ (11/10/2017 -11/4/2019).



ໂຄງການນີ້ ລວມມີໜ້າ ວຽກສຳຄັນຄື: ສຳລັບຢູ່ເມືອງ ຈອມເພັດ ແມ່ນປັບປຸງທ່າເຮືອ ບັກ (ຝັ່ງຊຽງແມນ) ດ້ວຍເບຕົງ ເສີມເຫຼັກທີ່ມີໜ້າທາງລົດແລ່ນ ຂຶ້ນ-ລົງ ກວ້າງແຕ່ 6 ຫາ 10 ແມັດ, ພ້ອມທັງມີລະບົບລະ ບາຍນໍ້າ, ລະບົບປ້ອງກັນຕາ ຝັ່ງເຈື່ອນ ແລະ ຂັ້ນໄດຂຶ້ນ-ລົງສຳລັບນັກທ່ອງທ່ຽວທີ່ ມານຳເຮືອຈັກນ້ອຍ;



ປັບປຸງ ແລະ ຍົກລະດັບເສັ້ນທາງໃນ ບ້ານຊຽງແມນໃຫ້ກາຍເປັນ ທາງປູຢາງສອງຊັ້ນທີ່ມີຄວາມ ກວ້າງຂອງໜ້າທາງລົດແລ່ນ 5 ແມັດ;ປັບປຸງຍົກລະດັບ ເສັ້ນທາງໃນບ້ານຈ່ານເໜືອ ໃຫ້ກາຍເປັນທາງປູຫີນແຮ່ທີ່ມີ ຄວາມກວ້າງຂອງໜ້າທາງລົດ ແລ່ນ 5 ແມັດ; ກໍ່ສ້າງທາງ ຍ່າງຈາກວັດຈອມເພັດ ຫາ ວັດ ຫາດສ້ຽວ ປູດ້ວຍຫີນຂົບປະ ສົມກັບຊີມັງ ແລະ ກໍ່ສອງ ຂອບຂ້າງດ້ວຍດິນຈີ່, ຕິດຕັ້ງ ລະບົບໄຟຟ້າແສງສະຫວ່າງ ສຳລັບບັນດາເສັ້ນທາງທີ່ໄດ້ ກ່າວມາຂ້າງເທິງນັ້ນ.



ກໍ່ສ້າງ ບັນດາສິ່ງອຳນວຍຄວາມສະ ດວກຕ່າງໆສຳລັບການທ່ອງ ທ່ຽວເຊັ່ນ: ເດີ່ນຈອດລົດ, ຫ້ອງ ນ້ຳສາທາລະນະ, ອາຄານຕະ ຫຼາດ, ອາຄານສູນສະແດງ ເຄື່ອງປັ້ນດິນເຜົາ, ສູນສາທິດ ການຜະລິດເຄື່ອງປັ້ນດິນເຜົາ, ສູນຂໍ້ມູນຂ່າວສານທ່ອງທ່ຽວ ແລະ ອື່ນໆ. ສ່ວນຢູ່ເມືອງປາກ ອູແມ່ນປັບປຸງຍົກລະດັບທາງ ເຂົ້າຫາບ້ານຊ່າງໄຫ-ບ້ານ ປາກອູຈາກທາງດິນແດງເປັນ ທາງປູຢາງສອງຊັ້ນ ທີ່ມີໜ້າ ທາງລົດແລ່ນກວ້າງ 5 ແມັດ ແລະ ບ່າທາງປູຢາງກວ້າງເບື້ອງ ລະ 0,5 ແມັດ, ພ້ອມດ້ວຍ ການກໍ່ສ້າງທໍ່ກົມ ແລະ ລະບົບ ຮ່ອງລະບາຍນໍ້າຂ້າງທາງ;



ປັບ ປຸງກໍ່ສ້າງລະບົບທາງຊອຍສຳ ລັບທາງຄົນຍ່າງ ແລະ ລະບົບ ລະບາຍນ້ຳໃນບ້ານຊ່າງໄຫ, ຍົກລະດັບທາງຊອຍໃນບ້ານ ປາກອູໃຫ້ເປັນທາງປູຢາງສອງ ຊັ້ນທີ່ມີໜ້າທາງກວ້າງ 3 ແມັດ. ກໍ່ສ້າງບັນດາສິ່ງອຳນວຍຄວາມ ສະດວກຕ່າງໆສຳລັບການ ທ່ອງທ່ຽວເຊັ່ນ: ເດີ່ນຈອດລົດ, ຫ້ອງນ້ຳສາທາລະນະ,ລະບົບ ໄຟຟ້າແສງສະຫວ່າງ, ບ່ອນ ຈອດເຮືອທຽບທ່າສຳລັບນັກ ທ່ອງທ່ຽວຂຶ້ນ - ລົງ ແລະ ບ່ອນເກັບປີ້ເຂົ້າຊົມຖ້ຳຕິ່ງ, ຕິດຕັ້ງລະບົບຕາຂ່າຍໄຟຟ້າ ແລະ ປັບປຸງລະບົບໄຟຟ້າແສງ ສະຫວ່າງສຳລັບຖໍ້າຕິ່ງ.



ພິທີເຊັນສັນຍາມີທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະ ນາການທ່ອງທ່ຽວກະຊວງ ຖວທ, ສ່ວນຕາງໜ້າຜູ້ຮັບເໝົາກໍ່ສ້າງ ແມ່ນທ່ານ ພູໂຂງ ບໍລິບູນ ຜູ້ອຳ ນວຍການບໍລິສັດພູໂຂງກໍ່ສ້າງ ຈຳກັດໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງ ຖວທ ມີບັນດາແຂກ ຖືກເຊີນ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.


© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.