ຕົ້ນກໍາເນີດ ພາສາປາລີ-ລາວ
ພາສາປາລີ ເປັນພາວສາທີມາຈາກທ້ອງຖິ່ນໃດຂອງອິນເດຍ ກໍ່ຍັງບໍ່ທັນມີໃຜບອກໄດ້ຊັດເຈນ. ນັກປຣາດພາສາປາລີບາງທ່ານ ໃຫ້ທັດສະນະວ່າ ພາສາປາລີເປັນພາສາປາກເວົ້າຂອງພຸດທະເຈົ້າ ແລະ ເປັນພາສາຂອງຊາວແຄ້ວນສະລະ ເຊີ່ງມີອານາເຂດລະຫວ່າງປະເທດເນປານທາງພາກເໜືອ ໄປຫາແມ່ນໍ້າຄົງຄາທາງພາກໃຕ້ ແລະ ແມ່ນໍ້າຄົງຄາທາງພາກຕາເວັນຕົກ ຕິດແຄ້ວນວັດຊີ ທາງພາກເໜືອໃນແຄ້ວນໂກສະລະໃນສະລະ ໃນສະໄໝພຸດທະການເປັນອານາຈັກທີ່ມີອິດທິອຳນາດສູງ. ດິນແດນສ່ວນລຸ່ມພິນີ. ສະຖານທີ່ປະສູດຂອງເຈົ້າຊາຍສິດທັດຖະ ຊິ່ງຕໍ່ມາໄດ້ກາຍເປັນພະພຸດທະເຈົ້າ ກໍ່ແມ່ນຢູ່ໃຕ້ຂອງແຄ້ວນນີ. ສະນັ້ນ ນັກປຣາາດພາສາປາລີຫຼາຍທ່ານເຊັ່ນ: ທ່ານສາດສະດາຈານ ດຣ. ຣິດ ເດວິສ ແລະ ທ່ານສາດສະດາຈານ ຣດ ວິລຽມ ສະຕິດ ກໍ່ເຊື່ອວ່າພາສາປາລີເປັນພາສາປາກເວົ້າຂອງປະຊາຊົນລາວແຄ້ວນ ໂກສະລະ ແລະ ເປັນພາສາແມ່ ຂອງພະພຸດທະເຈົ້າເຊິ່ງເປັນພາສາມາດຕະຖານທີ່ສຸດ ໃນສັດຕະວັດທີ່ 7-6 ກ່ອນ ຄ.ສ ໃນສະໄໝສັງຄາຍະນາເທື່ອທີສາມ ທີ່ປະເທດອິດເດຍ ໄດ້ມີການຮຽບຮຽງພຸດທະວະຈະນະ(ຄຳສອນຂອງພະພຸດທະເຈົ້າ) ເປັນພາສາປາລີ ດ້ວຍການທ່ອງຂື້ນໃຈ. ພາຍຫຼັງສົງຄະຍະນາເທື່ອທີ່ສາມ ພຣະມະຫິນທະເຖຣະ ແລະ ພຣະນາງສັງຄະມິດຕາພຣະໂອຣົດ ແລະ ພຣະທິດາຂອງພະເຈົ້າອະໂສກ ໄດ້ນຳເອົາຄຳສັງສອນຂອງພະພຸດຖະເຈົ້າ ອອກໄປເຜີຍແພ່ທີ່ປະເທດສີລັງກາ. ໃນກອງປະຊຸມສັງຄາຍະນາເທື່ອທີ່ສີ່ ຂອງພຸດທະສາສະໜາ ນິກາຍເຖຣະວາດ ທີປະເທດສີລັງກາ ເມື່ອ 247 ປີກ່ອນ ຄ.ສ., ພຸດທະວະຈະນະ ຖືກບັນທືກພາສາປາລີໃສ່ໃນໃບລານ. ຈາກນັ້ນມາພາສາປາລີກໍ່ເລີ່ມມີບົດບາດ ແລະ ອິດທິພົນຕໍ່ພາສາຂອງແຕ່ລະຊາດ ທີ່ນັບຖືພຸດທະສາສະໜາຂອງແຕ່ລະຊາດ ທີນັດຖືພຸດທະສາສະໜາ ນິກາຍເຖຣະວາດເຊັ່ນ: ປະເທດສີລັງກາ, ມຽນມາ, ກຳປູເຈຍ, ໄທ ແລະ ລາວເປັນຕົ້ນ.
ຄວາມຈິງແລ້ວ ພຣະພຸດສາສະໜາ ຖືກເຜີຍແພ່ຢູ່ໃນດິນແດນລາວ ຕັ້ງແຕ່ສະໄໝອານາຈັກສີໂຄດຕະບູນ ຫຼື ອານາຈັກຟູນັນ ຄືໄລຍະປະມານ 281 ປີ ກ່ອນ ຄ.ສ ຈົນເຖີງປາຍສະຕະວັດທີ່ເຈັດ ຄືດັ່ງທີ່ກ່າວໄວ້ໃນຄັມພີມະຫາວົງຂອງສຣີລັງກາວ່າ: ພາຍຫຼັງສົງຄາຍະນາເທື່ອທີ່ສາມ ພຣະເຈົ້າອະໂສກມະຫາຣາດ ແຫ່ງຣາຊະວົງຄຸບຕະຂອງອິນເດຍ ໄດ້ຂັດສົ່ງພຣະທັມມະທູດ ອອກເຜີຍແພ່ພຸດທະສາສະໜາເປັນ 9 ສາຍ ໃນນີ້ສາຍທີ່ 9 ນຳໂດຍພຣະໂສນະ ແລະ ພະອຸດຕະຣະ ຖືກສົ່ງມາຍັງສຸວັນນະພູມປະເທດ ເຊີ່ງແມ່ນດິນແດນຂົວເຂດແຫຼມອິນໂດຈີນນີ້ເອງ. ອີງຕາມໜັງສືອຸຣັງຄະທາດກ່າວວ່າ: ມີພຣະມະຫາເຖຣະອົງໜຶ່ງ ຊື່ວ່າພຣະມະຫາກັດສະປະ ພ້ອມດ້ວຍພຣະສົງ 5 ອົງໄດ້ນຳເອົາ ກະດູກຫົວເອິກ ພຣະພຸດທະເຈົ້າມາປະດິດສະຖານໄວ້ ທີອານາຈັກສີໂຄດຕະບູນ. (ທີພຣະທາດພຣະນົມ) ອັນນີ້ສະແດງວ່າ ພຸດທະສາສະໜາ ໄດ້ຝັງຮາກຢູ່ໃນດິນແດນຂອງຊົນຊາດອ້າຍນ້ອງລາວມາຕັ້ງແຕ່ກ່ອນ ຄ.ສ. ພຸ້ນ.
ຄັນມາຮອດປີ ຄ.ສ. 1359 ພະເຈົ້າຟ້າງຸ່ມ ມະຫາຣາດ, ພາຍຫຼັງເຕົ້າໂຮມອານາຈັກລາວ ລ້ານຊ້າງເອກະພາບແລ້ວ ໄດ້ອັງເຊີນເອົາພຸດທະສາສະໜາ ນິກາຍຝ່າຍໃຕ້ ຫຼື ນິກາຍເຖຣະວາດແບບລັງກາວົງ ຢ່າງເປັນທາງການ ມາຈາກນະຄອນທົມ. ພຣະທຳມະທູດ ນຳໂດຍພຣະມະຫາປາສະມັນ ພ້ອມດ້ວຍພຣະເຖຣະ 4 ອົງ, ສາມະເນ 4 ອົງ, ພຣະໄຕປິດົກພາສາປາລີ, ພະບາງ ແລະ ນັກປຣາດສາດາຈານໜຶ່ງ ໄດ້ເດີນທາງພ້ອມ. ເນື່ອງຈາກສົມເດັດພຣະເຈົ້າຟ້າງຸ່ມຊົງເຫຼື້ອມໃສ ໃນພຸດທະສາສະໜາຢ່າງແຮງກ້າ. ດັ່ງນັ້ນ ເນື່ອງຈາກໄດ້ເຕົ້າໂຮມອານາຈັກນ້ອຍໃຫ່ຍໄດ້ໝົດແລ້ວ ຈຶ່ງໄດ້ປັບປຸງອຳນາດການປົນຄອງ ດ້ວຍການເອົາຄຳສອນທາງພຸດທະສາສະໜາເປັນທິດຊີ້ນຳ, ໂດຍໄດ້ອອກພຣະຣານມີພຣະຊະໂອງການໃຫ້ຫົວເມື່ອງຕ່າງໆສ້າງວັດ ແລະ ຈັດການສຶກສາຢູ່ວັດ ຈົນມີຄຳເວົ້າຕິດປາກຄົນບູຮານວ່າ ບ່ອນໃດມີວັດບ່ອນນັ້ນມີພຣະສົງ ແລະ ບ່ອນໃດມີພຣະສົງ ບ່ອນນັ້ນກໍມີການສຶດສາ ດ້ວຍເຫດນັ້ນວັດຈິ່ງຖືວ່າເປັນສູນກາງການສຶກສາ ແລະ ວັດທະທັມຂອງລາວ, ພຣະສົງກໍໄດ່ນາມວ່າ ( ຄູບາ) ເປັນຄູຜູ້ສອນຕັ້ງແຕ່ສະໄໝນັ້ນມາ. ເນື້ອໃນຂອງສິດສອນເວລານັ້ນ, ນອກຈາກຄຳສັງສອນຂອງພຣະພຸດທະເຈົ້າແລ້ວ ກໍຍັງຕ້ອງສອນພາສາປາລີ ເພາະວ່າພາສາປາລີເປັນພາສາທີ່ບັນທືກພຣະໄຕປະໄຕປິດົກ, ປະຊາຊົນຖືເປັນພາສາສັກສິດ ເພາະເປັນພາສາຂອງພຣະພຸດທະເຈົ້າ, ດັ່ງເຮົາຈະເຫັນໄດ້ ເມື່ອເວລາພຣະເພິ່ນເທດ ຫຼື ສູດ ເປັນພາສາປາລີກໍຕ້ອງຍໍມືນົບ. ເມື່ອມີການສຶກສາສັງຄົມກະຕ້ອງມີການຂະຫຍາຍຕົວ ແລະ ພາສາຄຳເວົ້າກໍຕ້ອງມີການພັດທະນາ ເພື່ອໃຫ້ພາສາພຽງພໍແກ່ການນຳໃຊ້ໃນການພົວພັນສັງຄົມ, ດັ່ງນັ້ນ ນັກປຣາດອາຈານລາວຈິ່ງບັນຍັດເວົ້າບາງຄຳ ທີ່ມີລັກສະນະສະເພາະເປັນທາງການ ຈາກເຄົ້າສັບພາສາປາລີ ຊືງກໍເຮັດໃຫ້ພາສາເວົ້າໃນວັນນະຄະດີລາວ, ໃນທາງວິຊາການ ແລະ ທາງລັດຖະການ ອຸດົມຮັ່ງມີຍິ່ງຂື້ນ. ດັ່ງທີພວກເຮົາເຫັນ ຄຳສັບບາງວິຊາສະເພາະ ແລະ ທາງລັດຖະການ ທີ່ນຳໃຊ້ຢູ່ຊູ້ມື້ນີ້ ມີເຄົ້າມາຈາກພາສາປາລີປົນຢູ່ ປະມານ 50 ສ່ວນຮ້ອຍເຊັ່ນ: ຄຳວ່າ : ສາທາລະນະລັດ, ປະຊາທິປະໄຕ, ປະຊາຊົນ, ສັນຕິພາບ, ເອກະລາດ, ເອກະພາບ, ວັດຖຸນິຍົມ, ສັດຈະວິພາກ, ກາຍະສິນ, ສຶກສາທິການ, ຄະນິດສາດ, ນິຕິສາດ, ໂລກະທັດ, ຊີວະທັດ, ອັດຕະວິໄສ, ພາວະວິໄສ, ວິໄສທັດ, ແລະ ອື່ນໆ.
ໃນເມື່ອພາສາປາລີ ມັນໄດ້ກາຍເປັນຄວາມຮູ້ວັດທະນາທັມຂອງມູນເຊື່ອຂອງລາວຄືແນວນີ້, ພາສາປາລີກໍຍັງມີຄວາມຈຳເປັນ ສຳລັບນັກສືກສາ ນັກຄົ້ນຄວ້າ ທາງດ້ານພາສາ ແລະ ວັນນະຄະດີຂອງລາວຢູ່. ຜູ້ຈະເປັນນັກປຣາດອາຈານ ທາງດ້ານພາສາລາວ ຫຼື ວິສະວະກອນຜູ້ສ້າງຄຳສັບພາສາລາວຂື້ນມາໃຊ້ ຈຳເປັນຕ້ອງສຶກສາຄົ້ນຄ້ວາພາສາປາລີ ຢ່າງນ້ອຍກໍຕ້ອງໃຫ້ຮູ້ວ່າ ສັບວິຊາການ ຫຼື ສັບທາງລັດຖະການ ທີ່ໃຊ້ຢູ່ຊູ່ມື້ນີ້ ມີຫຼັກການແລະ ມີວິວັັດທະນາການຈາກເຄົ້າສັບພາສາປຣາລີຄືແນວໃດ, ບໍ່ແມ່ນວ່າໄດ້ຍິນເຂົາເວົ້າກໍເອົາມາໃຊ້ໂລດ ໂດຍທີ່ບໍ່ຮູ້ທີ່ໄປທີ່ມາຂອງມັນຄັກແນ່. ບໍ່ໄດ້ນັ້ນ, ພວກເຮົາກໍ່ຈະບໍ່ສາມາດຈຳແນກໄດ້ວ່າຈະຕ້ອງຂຽນແບບໃດຜິດ ແລະ ຂຽນແບບໃດຖືກ, ເພາະວ່າບໍ່ຮູ້ເຄົ້າ ຄືບໍ່ຮູ້ທີ່ມາຂອງຊັບພາສາ ແລະ ເມື່ອຂຽນຄາດເຄື່ອນຈາກທີ່ມາຂອງມັນ ກໍສາມາດຕີຄວາມໝາຍໄປທາງອື່ນໄດ້ ແລະ ເມືອຮູ້ສັບຫາກບໍ່ຕົງກັບເນື້ອໃນຂອງສັບ ມັນກໍຈະເຮັດໃຫ້ພາສາກາຍເປັນພາສາຊອດກະຈາ, ບໍ່ມີມາດຕະຖານແນ່ນອນ, ໃຜຢາກຂຽນແນວໃດກໍຂຽນໄປຕາມຄວາມຮັບຮູ້ ແລະ ຄວາມເຄີຍຊິນຂອງແຕ່ລະຄົນ, ສຸດທ້າຍກໍຈະຖຽງກັນແບບຕາບອດງົມຊ້າງ ຜູ້ໃດສຽງດັງກໍເລີຍກາຍເປັນຜູ້ໄດ້ປຽບ, ແຕ່ວ່າທາງວິທະຍາສາດນັ້ນ ມັນບໍ່ຂື້ນຢູ່ກັບສຽງດັງ, ມັນຂື້ນຢູ່ກັບຄວາມຖືກຕ້ອງ, ອະທິບາຍໄດ້ດ້ວຍສູດ ແລະ ຫຼັກການຂອງມັນ. ການຂຽນພາສາແບບຜິດໆຖືກໆ ໂດຍການເດົາເອົາເອງເຮັດພາສາຂຽນຕົນໄຮ່ຄ່າ, ມີຄົນຖືເບົ່າຕໍ່ກັບຫຼັກການຂຽນພາສາຂອງຊາດ ແລ້ວມັນກໍຈະບົ່ງບອກເຖີງວ່າ ຄົນລາວຖືເບົ່າຕໍພາສາກໍຄືຖືເບົາຕໍ່ຄວາມເປັນຊາດຂອງຕົນ ເພາະວ່າພາສາມັນບົ່ງບອກເຖີງຄວາມເປັນຊາດ ແລະ ມາລະຍາດ ບົ່ງບອກເຖີງສະກຸນ, ທີມີການສຶກສາອົບຮົມມາດີ ຄືດັ່ງສຸພາສິດບູຮານເຮົາໃຫ້ຮູ້ວ່າ: ພາສາບອກຊາດ ມາລະຍາດບອກສະກຸນ.
ພາສາປາລີນອນຢູ່ໃນໝວດພາສາ ອິນໂດ-ຢູໂຣບປຽນ (Europian Familly of Language), ມີລະບຽບຫຼັກການໃນການປະກອບສັບ ແລະ ປ່ຽນແປງສັບດ້ວຍປັບໃຈ( suffic), ພາສາປະເພດນີ້ ບໍ່ໃຊ້ວັນນະຍຸດຜັນສຽງຄືກັບພາສາລາວເຮົາ ຊຶ່ງເປັນພາສາພະຍາງດ່ຽວ( Monosyllable), ເມື່ອເວລາດັດແປງມາເປັນພາສາລາວ ກໍໄດ້ດັບແປງໄປຕາມຫຼັກເກນຂອງມັນ. ຄຳໃດທີ່ໃສ່ສະຫຼະສຽງສັ້ນ ເຮົາໄປໃສ່ສຽງຍາວ ຄວາມໝາຍມັນກໍຜິດ ຫຼື ວ່າບອ່ນເຂົາໃສ່ສຽງຍາວ ເຮົາພັັດໃສ່ສຽງສັ້ນ ນີ້ກໍຜິດເຊັນດຽວກັນ, ເຊັ່ນຄຳວ່າ: ພັດຕະ+ອາຄານ ກໍຕ້ອງເປັນພັດຕະຄານ, ເພາະວ່າຫຼັກການທາງສົນທິນນັ້ນ ຖ້ວ່າສະຫຼະ ອະ ຕໍກັບສະຫຼະ ອະ ຫຼື ວ່າສະຫຼະ ອະ ຕໍກັບສະຫຼະ ອາ ກໍຈະໄດ້ຮູບສັບເປັນສຽງຍາວ ບໍ່ແມ່ນສຽງສັ້ນ (ບໍ່ແມ່ນພັດຕະຄຄານ, ທະນະ +ອາຄານ=ທະນາຄານ(ບໍ່ແມ່ນທານະຄານຫຼື ທະນະຄານ), ຈະຣະ+ອາຈະຣະ=ຈະຣາຈະຣະ ອ່ານເປັນຈາຣະຈອນຫຼືຈະລາຈອນ(ບໍ່ແມ່ນຈາລະຈອນ) ທູຕະ+ອະນຸທູຕະ (ບໍ່ແມ່ນທູດຕະນຸທູດ), ເຖຣະ+ອານຸເຖຣະຫຼື ເຖລານຸເຖລະ(ບໍ່ແມ່ນເຖລະນຸເຖລະ), ອະ+ອາຄະຕະ=ອະນາຄະຕະ=ອະນາຄົດ ໂດຍປ່ຽນສະຫຼະ ເປັນໄມ້ກົງ ປ່ຽນໂຕ ຕ ເປັນໂຕ ດ ຕາມຫຼັກການປ່ຽນອັນສອນລາວ( ບໍ່ແມ່ນອານາຄັດ), ອະນຸ+ຣັກສາ=ອະນຸຣັກ ຫຼື ອະນຸຮັກ( ບໍ່ແມ່ນອານຸລັກ), ອະນຸວົງ(ບໍ່ແມ່ນອານຸວົງ), ເຫຼົ່ານີ້ເປັນຕົ້ນ. ສະຫຼຸບແລ້ວພາສາປາລີ ເຂົາເອີນວ່າເປັນ ຕັນຕິພາສາ. ຄືພາສາທີມີລະບຽບຫຼັກການແນ່ນອນ. ນັກປຣາດລາວບູຮານເຮົາໄດ້ສ້າງລະບຽບຫຼັກການນີ້ໄວ້ຢ່າງດີ. ພວກເຮົາລູກຫຼານຄວນສຶກສາຜົນງານຂອງເພິ່ນໃຫ້ຄົບ, ອ່ານວັນນະຄະດີທີ່ເພິ່ນແຕ່ງໄວ້ ໃຫ້ເຂົ້າຖືກຕ້ອງຈິງຈະເປັນ່ການດີ. ແນ່ນອນແລ້ວຢູ່ໃນພາສາ ແລະ ວັນນະຄະດີບູຮານນັ້ນ ມີຄຳທທີ່ມີເຄົ້າພາສາປາລີປົນຢູ່ຢ່າງຫຼວງຫຼາຍ, ຖ້າບໍ່ຮູ້ທີມາຂອງຊັບພາສາກໍຈະຕີຄວາມໝາຍໄປທາງທີ່ບໍ່ຖືກຕ້ອງໄດ້, ເຊັ່ນຕົວຢ່າງ ໃນຄຳກອນສິນໄຊ ວັກໜຶ່ງເພິ່ນຂຽນວ່າ ”ກຸມພັນພຸນສະເຫວີຍ ໂພດຄາຄືງ້ວນ”.ໃນຄຳກອນວັກນີ້ຖ້າຜູ້ບໍ່ຮູ້ທີ່ມາຂອງສັບກໍ່ຕີຄວາມໝາຍໄປວ່າ ’’ຍັກກຸມພັນກິນຫຼາຍໂພດ ມັນກໍເລີຍເບື່ອຕາຍ”ແຕ່ຜູ້ທີ່ຮູ້ທີ່ມາຂອງສັບດດີ ກໍຈະຕີຄວາມໝາຍວ່າ ’’ ຍັກກຸມພັນກິນອາຫານບໍ່ໄດ້’’ ເພາະຄຳວ່າ ’’ໂພດ ’’ ໃນທີ່ນີ້ມາຈາກເຄົ້າສັບວ່າ ’’ ໂພຊະນະ’’ ແປວ່າອາຫານການກິນ ສັບນີ້ປ່ຽນເປັນສັບພະຍາງດ່ຽວຕາມສຽງພາສາລາວ ເພິ່ນໃສ່ກາຣັນທີ່ໂຕ ນ. ເພື່ອບໍ່ໃຫ້ໂຕ ນ ອອກສຽງໄດ້ເຊັ່ນ: ໂພຊນ໊ = ອ່ານວ່າ ໂພດ. ສະນັ້ນໂພດໃນທີ່ນີ້ຈຶ່ງແປງວ່າອາຫານ ເພາະມີເຄົ້າມາຈາກພາສາປາລີ. ນີ້ແມ່ນໃນໜຶ່ງທີມີຢູ່ໃນຫຼາຍໆຄຳທີ່ມີຢູ່ໃນວັນນະຄະດີລາວ. ນັກສຶດສາ ດ້ານພາສາ-ດ້ານວັນນະຄະດີລາວ ຍັງມີຄວາມໝາຍຈຳເປັນຕ້ອງໄດ້ຮຽນຮູ້ພາສາປາລີ ເພືອເຮັດໃຫ້ການສຶກສາດ້ານພາສາລາວເລິກເຊິ່ງ ແລະ ຄົບຖ້ວນ. ຮັກສາໄດ້ມູນເຊື່ອວັດທະນາທັມທາງພາສບັນພະບູລຸດລາວເຮົາສ້າງໄວ້ ແລະ ເປັນຜູ້ຜັນຂະຫຍາຍມູນເຊື່ອພາສາລາວໃຫ້ຈະເລິ່ນກ້າວໜ້າຄູ່ກັບຊາດລາວສຶບຕໍ່ໄປ.
ທຸກວັນນີ້ ລະບົບການສຶກສາທາງວັດ ເຊິ່ງກາຍເປັນສູນກາງສຶກສາມູນເຊື້ອວັດທະນາທັມທາງດ້ານພາສາ ໄດ້ມີການປ່ຽນແປຫຼັກສູດ ໄປຕາມຄວາມຮຽກຮ້ອງຕຕ້ອງການຂອງສັງຄົມປະຈຸບັນເຮັດໃຫ້ການສຶກສາພາສາບາລີຂາດຄວາມຕໍ່ເນື່ອງ, ນັກປຣາດອາຈານດ້ານພາສາປາລີຄົງໝົດໄປຕາມເວລາ, ຄວາມຮູ້ພາສາລາວຂອງຄົນລູ້ນໃໝ່ ອາດບໍ່ເລີກເຊິ່ງ, ອ່ານສັນນະຄະດີເກົ່າແກ່ຂອງລາວອາດບໍເຂົ້ໃຈ ເພາະຂາດພາສາທີ່ມາຂອງເຄົ້າສັບພາສາ, ບໍ່ສາມາດຈຳແນກຄຳຜິດຄຳຖືກ, ຂຽນໜັງສືໄປຕາມຄວາມເຂົ້າໃຈຂອງຕົນເອງ, ສະນັ້ນ, ຈິ່ງພົບເຫັນການຂຽນພາສາລາວ ຕາມປ້າຍຕ່າງໆແບບເອົາເອົາເອງຫຼາຍກວ່າການໃຊ້ຫຼັກການວິເຄາະທາງວິທະຍາສາດ, ຂາດໂລຊິກທາງພາສາ, ເຮັດໃຫ້ການຂຽນພາສາລາວບໍມີ່ຄວາມປັນເອກະພາບທາງດ້ານຮູບສັບ...ຂ້າພະເຈົ້າຫວັງວ່າ ວັດຈະນານຸກົມພາສາປາລີ-ລາວຫົວນີ້ ອາດຈະຊ່ວຍນັກສຶກສາ, ນັກຄົ້ນຄວ້າ, ນັກປະພັນວັນນະຄະດີລາວ, ໂຄສົກແລະຊື່ມ່ວນຊົນ ໃນການໃຊ້ສັບພາສາລາວໃຫ້ຖືກຕ້ອງກວ່າເກົ່າບໍ່ຫຼາຍກໍໜ້ອຍ. ດັ່ງນັ້ນ, ຈື່ງໄດ້ຈັດພິມປື້ມວັດຈະນະນຸກົມພາສາປາລີຊລາວຫົວໜີ້ອອກຈຳໜ່າຍ ອີກເທື່ອໜຶ່ງ ເພື່ອໃຫ້ລູກຫຼານແລະຜູ້ສົນໃຈຄົ້ນຄວ້າດ້ານພາສາລາວ, ພາສາປາລີ ໄດ້ມີເອກະສານສຶກສາຕໍ່ໄປ.
ພາສາປາລີ ບໍ່ມີໂຕອັກສອນສະເພາະເປັນໂຕຂອງຕົນເອງ,. ຢູ່ດິນເອຍເພີ່ນໃຊ້ອັກສອນເທວະນາຄຣີ, ຢູ່ມຽນມາ ເພິ່ນໃຊ້ອັກສອນມຽນມາ, ຢູສຣີລັງກາເພີ່ນໃຊ້ອັກສອນສີຫົນ,ຢູາກຳປູເຈຍເພີ່ນໃຊ້ອັກສອນຂະແໝ,ຢູ່ໄທ ເພີ່ນໃຊ້ອັກສອນໄທ,ຢູ່ທາງຕາເວັນຕົກ ເພີ່ນອັກສອນໂຣມັນເພີ່ນຂຽນພາສາປາລີ ສຳລັບຢູ່ລາວຂອງພວກເຮົາ ເພີ່ນສາມາດຂຽນອັກສອນພາສາປາລີໄດ້ຫຼາຍຮູບແບບຄືດ້ວຍອັກສອນທັມ,ຕົວອັກສອນລາວ ທີ່ຄົບຖ້ວນຕາມພາສາປາລີ ເຊີ່ງໃຊ້ໃນໄວຍະາກອນ ທີ່ແຕ່ງຂື້ນໂດຍພຸດທະບັນດິດສະພາຈັນທະບູຣີ ໃນຊຸມປີ 1930 ແລະປັບໃຊ້ຕົວອັກສອນລາວ ທີ່ມີຢູ່ໃນໄວຍາກອນລາວປັດຈຸບັນ. ໃນວັດຈະນານຸກົມຫົວນີ້ ໄດ້ປັບໃຊ້ໂຕອັກສອນລາວທີ່ມີຢູ່ໃນໄວຍາກອນລາວສະບັບປັດຈຸບັນຂຽນສັບພາສາປາລີໂດຍຈໍ້າເມັດ ທາງກ້ອງໃວ້ໃນຄຳທີ່ມີສຽງທະນິດ(ສຽງໜັກ) ເພື່ອໃຫ້ຜູ້ບໍເຄີຍອ່ານພາສາປາລີມາກ່ອນສາມາດອ່ານໄດ້ສະດວກ ແລະໄດ້ໃສ່ວົງເລັບຄຳທີ່ຂຽນຖືກຕ້ອງຕາມເຄົ້າຂອງມັນ. ທັງນີ້ເພື່ອໃຫ້ຜູ້ອ່ານສາມາດເຫັນໄດ້ວ່າຄຳສັບນັ້ນໆ ມາຈາກເຄົ້າສັບເດີມຄືແນວໃດ. ເພື່ອຄວາມສະດວກໃນການອ່ານ ຂ້າພະເຈົ້າໄດ້ປຽບທຽບອັກສອນ ທີ່ສາມາດໃຊ້ຂຽນພາສາປາລີ
ແຫລ່ງຂໍ້ມູນ: ວັດຈະນານຸກົມ ພາສາປາລີ-ລາວ
ຄົ້ນຄວ້າ-ຮຽບຮຽງໂດຍ: ສີສະເຫວີຍ ສຸວັນນີ
© ລາວລ້ານແຊຣ | www.laoslanshare.com
___________
Post a Comment