Header Ads

ຄະນະຮັບຜິດຊອບການຈັດຕັ້ງປະຕິບັດ ແລະ ປະເມີນຜົນຫາລືການມອບລາງວັນ ການທ່ອງທ່ຽວແບບຍືນຍົງອາຊຽນ.



 ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ໂຄງການໃສໃຈຫຼວງພະບາງໄດ້ຈັດການເຜີຍແຜ່ເອກະສານມອບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນຂຶ້ນ,ໂດຍການເສີມຂະຫຍາຍແນວ ທາງ ແລະ ເພີ່ມທະວີຄວາມເຂົ້າໃຈໃຫ້ກັບພາກລັດຜູ້ທີ່ກຳນົດນະໂຍບາຍ, ຫຼັກການ ແລະ ນຳພາການຈັດຕັ້ງປະຕິບັດການພັດທະນາການທ່ອງທ່ຽວແບບຍືນຍົງ, ເຊິ່ງໃນໄລຍະຜ່ານມາ ສປປ ລາວ ໄດ້ພັດທະນາການ ທ່ອງທ່ຽວຕາມແນວທາງນະໂຍບາຍຂອງລັດຖະບານ, ແຜນຍຸດທະສາດພັດທະນາວຽກງານ ຖວທ 2016-2025 ແລະ ວິໄສທັດຮອດປີ 2030, ແຜນຍຸດທະສາດການທ່ອງທ່ຽວຂອງອາຊຽນ ປີ 2016-2025 ໂດຍເນັ້ນໃສ່ການພັດທະນາການທ່ອງທ່ຽວແບບຍືນຍົງແນ່ໃສ່ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ມີຢູ່ຢ່າງປະ ຢັດ, ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃນຂະແໜງການທ່ອງທ່ຽວໃຫ້ກຳແໜ້ນກ່ຽວກັບຮູບແບບ, ວິທີການຜັນຂະຫຍາຍການຈັດຕັ້ງປະຕິບັດທັງເປັນບ່ອນອີງໃນການພັດທະນາການທ່ອງທ່ຽວແບບຍືນຍົງຂອງ ສປປ ລາວ




ຈຸດໝາຍປາຍທາງການທ່ອງທ່ຽວຈຳ ນວນໜຶ່ງໃນບັນດາປະເທດສະມາຊິກອາຊຽນໄດ້ຮັບຜົນປະໂຫຍດຈາກການທ່ອງທ່ຽວທີ່ຂະຫຍາຍຕົວໄວ,ຊ່ອງ ຫວ່າງດ້ານເສດຖະກິດ-ສັງຄົມທີ່ສຳຄັນຍັງຄົງມີຢູ່ໃນບັນດາປະເທດເຫຼົ່ານີ້ ແລະ ບັນດາສິ່ງທ້າທາຍທີ່ເພີ່ມຂຶ້ນສາມາດສັງເກດໄດ້ຈາກການປົກປັກຮັກສາມໍລະດົກທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ. ໃນການມອບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນນີ້ກໍ່ແມ່ນແນໃສ່ສົ່ງເສີມໃຫ້ນັກທ່ອງທ່ຽວຊົມຈຸດໝາຍປາຍທາງ ແລະ ຜະລິດຕະພັນໄດ້ມາດຕະຖານຄວາມຍືນຍົງຂອງອາຊຽນ, ປູກຈິດສຳນຶກກ່ຽວກັບຄວາມຫຼາກຫຼາຍ ແລະ ຄຸນະພາບຂອງອາຊຽນ, ໂຄສະນາບັນດາປະເທດ ແລະ ພາກພື້ນອາຊຽນຊ່ວຍຫຼຸດຜ່ອນຄວາມແອອັດເຮັດໃຫ້ການໄຫຼວຽນຂອງນັກທ່ອງທ່ຽວຕໍ່ກັບຈຸດໝາຍປາຍທາງດຸນດ່ຽງກັນ, ໃຫ້ລາງວັນການທ່ອງທ່ຽວ ທີ່ມີຄວາມຍືນຍົງ, ສ້າງຮູບແບບການແລກປ່ຽນດ້ານການຈັດຕັ້ງປະຕິບັດທີ່ດີໃນລະດັບອາຊຽນ, ສົ່ງເສີມເຄືອຄ່າຍຜະລິດຕະພັນທີ່ໄດ້ຮັບລາງວັນທີ່ສາມາດຊັກຈຸງຈຸດໝາຍປາຍທາງແຫ່ງອື່ນໆເພື່ອຮັບຮອງເອົາຮູບແບບການພັດທະນາການທ່ອງທ່ຽວແບບຍືນຍົງ, ຊ່ວຍເຫຼືອບັນດາອົງການທີ່ກ່ຽວຂ້ອງຢູ່ໃນລະດັບທ່ອງຖິ່ນ ແລະ ການເພີ່ມຂຶ້ນຂອງການລົງທຶນສຳລັບພາກທຸລະກິດ, ໃຫ້ລາງວັນໃນການປ່ຽນແປງໃໝ່ ແລະ ການມີສ່ວນຮ່ວມຕໍ່ສັງຄົມ ແລະ ສິ່ງແວດລ້ອມເຮັດໃຫ້ມີການຈັດຕັ້ງປະຕິບັດກິດຈະກຳຍຸດທະສາດຫຼາຍກິດຈະກຳຈາກ ຮອບວຽນທົ່ວໄປຂອງແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025 ແລະ ແຜນປະຕິບັດງານ 5 ປີ 2016-2020.


ໃນລະຫວ່າງວັນທີ 15-17 ສິງຫາ ນີ້, ທີ່ໂຮງແຮມຈູເລຍນາ ມີກອງປະຊຸມຄະນະຮັບຜິດຊອບການຈັດຕັ້ງປະຕິບັດ ແລະ ປະເມີນຜົນຫາລືການມອບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນຂຶ້ນຢ່າງ ເປັນທາງການໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີບັນດາຄະນະຮັບຜິດຊອບການຈັດຕັ້ງປະຕິບັດ ແລະ ປະເມີນຜົນຈາກກົມພັດທະນາການທ່ອງທ່ຽວ, ກົມໂຄສະນາການທ່ອງທ່ຽວ, ກົມຄຸ້ມຄອງການ ທ່ອງທ່ຽວ, ກົມມໍລະດົກ,ກົມວັດທະນະທຳມະຫາຊົນ ແລະ ສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງ ທ່ຽວພະແນກ ຖວທ ຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ພາກທຸລະກິດ, ບັນດາຊ່ຽວຊານອົງການຈັດຕັ້ງສາກົນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.




ພາບ-ຂ່າວ ໂດຍ ໄຊຍະສອນ.
© ລາວລ້ານແຊຣ  | www.laolanshare.com   

___________



No comments

Powered by Blogger.