Header Ads

ລາວ ກຽມສະເໜີ 11 ແຫລ່ງໄຫຫີນ ເປັນມໍລະດົກໂລກ



ອີງຕາມການລາຍງານຂອງສໍານັກ ຂປລ ວ່າ: ໃນວັນ​ທີ 2 ສິງຫາ 2017 ນີ້, ​ແຂວງ​ຊຽງ​ຂວາງ ຮ່ວມ​ກັບກົມ​ມໍ​ລະ​ກົດ ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ດຳ​ເນີນກອງ​ປະ​ຊຸມ​ປຶ​ກ​ສາ​ຫາ​ລື​ ​ເພື່ອ​ກະກຽມ​ນຳ​ສະ​ເໜີ​ ແຫລ່ງ​ໄຫ​ຫີນ​ ຈຳນວນ 11 ແຫ່ງ ​ເຊິ່ງມີ​ໄຫ​ຫີນທັງ​ໝົດ 999 ໜ່ວຍ​ ​ເຂົ້າ​ເປັນ​ມໍລະດົກ​ໂລກ. ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ທ່ານ ບົວ​ສ​ອນ ສີ​ນວນ​ທອງ ຮອງ​ເຈົ້າ​ແຂວງ​ຊຽງ​ຂວາງ, ຜູ້​ຊີ້​ນຳ​ວຽກ​ງານ ​ວັດ​ທະ​ນະ​ທຳ-ສັງ​ຄົມ​ ຂັ້ນ​ແຂວງ, ມີທ່ານ ທອງ​ໃບ ໂພ​ທິ​ສານ ຫົວ​ໜ້າ​ກົມ​ມໍ​ລະ​ດົກ​ ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ, ມີວິ​ຊາ​ການ​ຈາກ​ ອຸຍ​ແນສະ​ໂກ ປະ​ຈຳລາວ ແລະ ປະ​ຈຳ​​ປະ​ເທດ​ໄທ ​ແລະ ພາກສ່ວນ​ກ່ຽ​ວຂ້ອງ​ເຂົ້າ​ຮ່ວມ.



ກອງ​ປະ​ຊຸມ​ໄດ້​ ​ລາຍ​ງານການ​ຈັດ​ຕັ້ງ​ປະ​ຕິ​ບັດ ວຽກ​ງານ​ໂຄງ​ການ​ ໃນ​ໄລ​ຍະ​ຜ່ານ​ມາ, ລາຍ​ງານ​ຜົນ​ສຳຫລວດ ​ເກັບ​ກຳ​ຂໍ້​ມູນ​ທາງ GPS ຂອງ​ຄະ​ນະ​ວິ​ຊາ​ການ, ການ​ກະ​ກຽມ​ແຜນ​ທີ່ ແລະ ການ​ກຳ​ນົດ​ຂອບ​ເຂດພື້ນ​ທີ່ອະ​ນຸ​ລັກ ປົກ​ປັກ​ຮັກ​ສາ, ການ​ເກັບ​ກຳ​ຂໍ້​ມູນ​ຕອບ​ສະ​ໜອງ​ ແກ່​ໂຄງ​ການ​ຂອງ​ແຂວງ, ຜ່ານ​ເນື້ອ​ໃນ ແລະ ອົງ​ປະ​ກອບ​ຂອງ​ຄຳ​ຮ້ອງ​ ນຳ​ສະ​ເໜີ​ແຫລ່ງ​ໄຫ​ຫີນ ເປັນ​ມໍ​ລະ​ດົກ​ໂລກ, ລະ​ບຽບ​ການ​ຄຸ້ມ​ຄອງ​ ແຫລ່ງ​ໄຫ​ຫີນ, ການ​ມີ​ສ່ວນ​ຮ່ວມ​ ຂອງ​ຊຸມ​ຊົນຕໍ່​ກັບ ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ ແລະ ​ຂະ​ບວນ​ການ, ຂັ້ນ​ຕອນໃນ​ການ​ຂຽນ​ຄຳ​ຮ້ອງສະ​ເໜີ​ ພາຍຫລັງ​ຖືກ​ຮັບ​ຮອງ ​ຈາກ​ລັດ​ຖະ​ບານ ສປ​ປ ລາວ.



ຈາກນັ້ນຜູ້​ແທນກອງ​ປະ​ຊຸມ​ ໄດ້​ພ້ອມ​ກັນຄົ້ນ​ຄວ້າ ພິ​ຈາ​ລະ​ນາຫລາຍ​ບັນ​ຫາ ເພື່ອ​ເຮັດ​ໃຫ້​ບົດ​ລາຍ​ງານ​ ການ​ສະ​ເໜີ​ແຫລ່ງ​ໄຫ​ຫີນ ​ເປັນ​ມໍ​ລະ​ດົກ​ໂລກ​ ມີ​ຄວາມສົມ​ບູນ ​ແລະ ຄົບ​ຖ້ວນ ເພື່ອ​ນຳ​ສະ​ເໜີ​ລັດ ຖະບານ ພິຈາລະນາ​ໃນ​ຂັ້ນ​ຕໍ່​ໄປ.




ຂ່າວ: ຕ້ຽງບູ​ລົມ/ຂປລ 
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.