ເຜີຍແຜ່ແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ປີ 2016-2025
ເພື່ອເຮັດໃຫ້ ຜະລິດຕະພັນ ການທ່ອງທ່ຽວ ຂອງ ສປປ ລາວ ສາມາດເຊື່ອມໂຍງກັບຜະລິດຕະພັນ ຂອງບັນດາ ປະເທດອາຊຽນ ແມ່ນເປັນບັນຫາ ທີ່ສຳຄັນທີ່ສຸດ ສຳລັບອຸດສາຫະກຳການທ່ອງທ່ຽວ ຂອງປະເທດ, ຊຶ່ງໃນວັນທີ 20 ມິຖຸນາ 2017 ນີ້, ທີ່ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ ແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ສຳລັບປີ 2016-2025 ໃຫ້ແກ່ຜູ້ບໍລິຫານ ແລະ ວິຊາການ ຂະແໜງການທ່ອງທ່ຽວຂອງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການເຂົ້າຮ່ວມ ຂອງທ່ານ ສູນ ມະນີວົງສ ຫົວໜ້າກົມໂຄສະນາ ການທ່ອງທ່ຽວ ທັງເປັນຫົວໜ້າ ເຈົ້າໜ້າທີ່ອາວຸໂສ ທ່ອງທ່ຽວອາຊຽນຂອງ ສປປ ລາວ ແລະ ທ່ານ Hartmut Janus ຜູ້ຕາງໜ້າອົງການພັດທະນາ ລາວ-ເຢຍລະມັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເຊິ່ງກອງປະຊຸມດັ່ງກ່າວ, ເປັນເວທີເພື່ອປຶກສາຫາລືແລກປ່ຽນ ເຊິ່ງກັນ ແລະ ກັນ ໃນຂະແໜງການທ່ອງທ່ຽວ ຂອງພວກເຮົາ ເພື່ອກຳນົດວຽກບູລິມະສິດ ຂອງ ສປປ ລາວ ໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ ທ່ານ ສູນ ມະນີວົງສ ໄດ້ໃຫ້ຮູ້ວ່າ: ປັດຈຸບັນນີ້, ອຸດສາຫະກຳ ການທ່ອງທ່ຽວ ໄດ້ກາຍເປັນ ຂະແໜງເສດຖະກິດ ທີ່ມີການຂະຫຍາຍຕົວ ຢ່າງວ່ອງໄວ ແລະ ຢູ່ໃນອັນດັບທີສອງຂອງໂລກ ຫລາຍປະເທດໃນໂລກ ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ, ຖືເປັນຂະແໜງ ເສດຖະກິດຕົ້ນຕໍ ເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກວ່າການທ່ອງທ່ຽວ ເປັນການສົ່ງອອກກັບທີ່, ເປັນອຸດສາຫະກຳທີ່ບໍ່ມີຄວັນ, ກະຈາຍລາຍຮັບ ໃຫ້ທົ່ວສັງຄົມ ແລະ ນຳເງິນຕາ ຕ່າງປະເທດ ເຂົ້າມາໃນປະເທດ ຢ່າງຫລວງຫລາຍ. ຈາກການປະຕິບັດ ນະໂຍບາຍ ແລະ ການສົ່ງເສີມການທ່ອງທ່ຽວ ຂອງລັດຖະບານ ແຫ່ງ ສປປ ລາວ ຊຶ່ງກ່ອນໜ້ານີ້ ໄດ້ກຳນົດໃຫ້ເປັນຂະແໜງ ບູລິມະສິດ ແລະ ປັດຈຸບັນ ລັດຖະບານ ໄດ້ກຳນົດມາເປັນ ຂະແໜງການເສົາຄໍ້າ ຂອງເສດຖະກິດແຫ່ງຊາດ ແລະ ວຽກງານທ່ອງທ່ຽວ ໄດ້ມີການຂະຫຍາຍຕົວ ຢ່າງວ່ອງໄວຖ້າທຽບໃສ່ ຂະແໜງການອື່ນ ຊຶ່ງເຫັນໄດ້ຈາກ ການເພີ່ມຂຶ້ນຂອງຈຳນວນ ນັກທ່ອງທ່ຽວ ແລະ ລາຍຮັບທີ່ກະຈາຍ ໃນທົ່ວປະເທດແຕ່ລະປີ. ໃນປີ 2011 ມີນັກທ່ອງທ່ຽວ ເຂົ້າມາທ່ຽວໃນ ສປປ ລາວ ຈຳນວນ 2.723.564 ຄົນ, ປີ 2015 ມີເຖິງ 4.684.429 ຄົນ, ມີອັດຕາເພີ່ມຂຶ້ນສະເລ່ຍ 14,52% ເຊິ່ງໃນປີ 2011 ສາມາດສ້າງລາຍຮັບໄດ້ 406 ລ້ານໂດລາສະຫະລັດ, ປີ 2015 ສາມາດສ້າງລາຍຮັບໄດ້ເຖິງ 725 ລ້ານກວ່າໂດລາລາສະຫະລັດ, ເພີ່ມຂຶ້ນຫລາຍກວ່າ 15,6% ເມື່ອທຽບໃສ່ 5 ປີ ຜ່ານມາ.
ພ້ອມນີ້, ທ່ານ ສູນ ມະນີວົງສ ຍັງໃຫ້ຮູ້ຕື່ມວ່າ: ແຕ່ສິ່ງທີ່ໜ້າເປັນຫ່ວງ ສຳລັບພວກເຮົາໃນປັດຈຸບັນນີ້ ແມ່ນຈຳນວນນັກທ່ອງທ່ຽວສາກົນ ທີ່ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໄດ້ຫລຸງລົງ 10% ຈາກຈຳນວນ 4.684.429 ຄົນ ໃນປີ 2015 ມາເປັນ 4.226.770 ຄົນໃນປີ 2016. ເຊິ່ງນັກທ່ອງທ່ຽວທີ່ຫລຸດລົງນັ້ນ ສ່ວນຫລາຍແມ່ນ ນັກທ່ອງທ່ຽວໄທ ແລະ ຫວຽດນາມ ກວມເອົາເກືອບ 50% ຂອງນັກທ່ອງທ່ຽວທັງໝົດ ທີ່ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ, ສ່ວນນັກທ່ອງທ່ຽວປະເທດອື່ນໆ ແມ່ນຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ອົດສະຕາລີ, ເຢຍລະມັນ, ລັດເຊຍ ແລະ ອີຕາລີ.
ຂ່າວ: ສົມຫວັງ, ພາບ: ເກດສະໜາ /ຂປລ
© ລາວລ້ານແຊຣ | www.laolanshare.com
___________
Post a Comment