Header Ads

ວ່າດ້ສຍ: ເຮືອນ 3 ນໍ້າ4 ຕາມຮີດເກົ່າຄອງເດີມຂອງລາວ



ຖ້າເວົ້າເລື່ອງສະເໜ່ຂອງສາວລາວແມ່ນມີອົງປະກອບດ້ວຍ "ເຮືອນ 3 ນໍ້າ 4" ຕາມຮີດເກົ່າຄອງເດີມຂອງຄົນລາວທີ່ສຶບຖອບ ແລະ ປະຕິບັດກັນມາຕັ້ງແຕ່ບໍຮານນາການ. 



ເຮືອນສາມ (ເຮືອນ 3 )
໑. ເຮືອນຄົວ : ເຮັດວຽກເຮືອນຄົວໃຫ້ດີງາມ ເປັນລະບຽບຮຽບຮ້ອຍ ທຳຄວາມສະອາດເຮືອນຊານໃຫ້ເບິ່ງງົດງາມ, ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກໝ້ອງ ຮັບຜິດຊອບງານຄົວກິນ. ນອກຈາກນັ້ນ ວຽກງານຄົວເຮືອນທຸກປະເພດແມ່ນໜ້າທີ່ຂອງຜູ່ຍິງ.
໒. ເຮືອນຜົມ : ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍ
ສຸດແລ້ວແຕ່ຕາມໃຈມັກ ທັງນີ້ກໍຕ້ອງຮັບປະກັນຄວາມງາມ, ຄວາມສະອາດແລະຖືກກັບໂຄງໜ້າ.
໓. ເຮືອນກາຍ : ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະເວລາຢູ່ໃກ້ກໍຮູ້ສຶກດີ.


ນໍ້າສີ່ ( ນໍ້າ 4 ) 
໑. ນໍ້າດື່ມ : ນໍ້າໜ້າເຮືອນສະໄໝເກົ່າກ່ອນເພີ່ນມີອຸນໍ້າຢູ່ໜ້າເຮືອນ ໃສ່ກະບວຍໄວ້ພ້ອມ, ຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ. ເວລາແຂກໄປໄທມາກໍໄດ້ຕັກກິນສະບາຍ, ນໍ້າໃນເຮືອນ ຄືນໍ້າໃນເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນນໍ້າສຳລັບໃຊ້ສອຍ ແລະ ທັງກິນ ບໍ່ໃຫ້ຂາດແອ່ງຂາດອຸຢ່າງນ້ອຍຍາມຫິວກາງຄືນກໍໄດ້ຕັກກິນ ຫຼືເມື່ອເກີດເຫດໄຟໄໝ້ຂຶ້ນມາພໍໄດ້ດັບໄຟໃນເບື້ອງຕົ້ນໄດ້. ຄົນບູຮານຈຶ່ງມີຄຳເວົ້າວ່າ "ນໍ້າໃນໄຟຟືນ".
໒. ນໍ້າຄຳ : ນໍ້າຄຳນີ້ ເປັນຄຳເວົ້າຄຳຈາມ່ວນ ເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນສະເໝີປາຍ.
໓. ນໍ້າໃຈ : ເປັນຄົນມີນໍ້າໃຈໂອບອ້ອມອາຣີນຳຍາດຕິພີ່ນ້ອງ ແລະເພື່ອນຝູງ.



໔. ນໍ້າເຕົ້າປູນ : ຄວາມໝາຍໜຶ່ງແມ່ນ ຄົນລາວບູຮານທຸກເຜົ່າແມ່ນຄ້ຽວໝາກທັງຍິງທັງຊາຍ, ສະນັ້ນຄຳວ່າ ນໍ້າເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນໍ້າເຕົ້າປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານ, ອີກຄວາມໝາຍໜຶ່ງ ຄືນໍ້າເຕົ້າປູນ ຄືພູມຄວາມຮູ້ຂອງຜູ່ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະການງານທັງປວງ. ສະນັ້ນ, ຍິງງາມນັ້ນ ແມ່ນແມ່ຍິ່ງທີ່ມີອົງປະກອບເຮືອນສາມນໍ້າສີ່.




© ລາວລ້ານແຊຣ  | www.laoslanshare.com 

No comments

Powered by Blogger.