Header Ads

ມາສໍາພັດທໍາມະຊາດແຄມງື່ມ ທີ່ບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ



ສໍາລັບຄົນຮັການເດີນທາງ ແລະ ຫຼົງໄຫຼທໍາມະຊາດກັບຊີວິດແບບ "Slow life" ບໍ່ຄວນພາດຫາໂອກາດມາສໍາພັດທໍາມະຊາດແຄມງື່ມ ທີ່ບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ຕາມເສັ້ນທາງເລກທີ 13 ເໜືອມຸ້ງໜ້າສູ່ເມືອງວັງວຽງ (ຫ່າງຈາກເມືອງວັງວຽງປະມານ 20 ກມ) . ສໍາລັບບ້ານທ່າເຮືອແມ່ນຮູ້ຈັກກັນດີ ແລະ ມີຊື່ສຽງທີ່ສຸດເລື່ອງເປັນບ້ານຫາປາ ຫຼື Fishing village ເຊິ່ງເປັນຊື່ທີ່ຊາວຕ່າງປະເທດມັກເອິ້ນກັນ ແຕ່ສິ່ງທີ່ໜ້າສົນໃຈກວ່ານັ້ນແມ່ນທໍາມະຊາດເຂດນີ້ແມ່ນມີຄວາມງົດງາມ ແລະ ມີຈຸດເດັ່ນພິເສດທີ່ເວລາຖ່າຍຮູບຈາກມຸມສູງຈະເບິ່ງຄືທະເລສາບນ້ອຍໆສີຂຽວປົນສີຟ້າ ເບິ່ງແລ້ວເປັນຕາສະອອນ ພ້ອມດຽວກັນກໍມີອາກາດທີ່ສົດຊື່ນ, ທໍາມະຊາດສີຂຽວກະຈີ ແລະ ແວດລ້ອມດ້ວຍວິວທໍາມະຊາດແຄມງື່ມທີ່ປົກຄຸມດ້ວຍສີ່ຂຽວຂອງຕົ້ນໄມ້ໃບຫຍ້າ. 



ສໍາລັບທ່ານໃດທີ່ສົນໃຈໄປສໍາພາດທໍາມະຊາດຕົວຈິງກໍມີແນະນໍາ Green View Report ເຊິ່ງຕັ້ງຢູ່ບ້ານທ່າເຮືອແຫ່ງນີ້  ແລະ ຕິດກັບແຄມງື່ມທີ່ເປັນຈຸດທີ່ເຫັນວີວງາມໆ ແລະ ໃກ້ທໍາມະຊາດທີ່ສຸດ ເຊິ່ງຈະເຮັດໃຫ້ເຮົາບໍ່ຕ້ອງກັງວົງເລື່ອງທີ່ພັກ,ອາຫານ ແລະ ຄວາມປອກໄພ. ສ່ວນທ່ານໃດທີ່ຕ້ອງການພັກຢູ່ເທິງບ້ານທ່ານເຮືອກຊມີບ້ານພັກອໍານວຍຄວາມສະດວກ ແຕ່ຫາກທ່ານໃດຕ້ອງການພັກແບບ Home Stay ແນະນໍາພົວພັນປະຊາຊົນທີ່ບ້ານທ່ານເຮືອເລີຍ ຫຼື ອໍານາດການປົກຄອງທ້ອງຖິ່ນເຂດນັ້ນ. 




































ທີ່ມາ: Green View Resort 
© ລາວລ້ານແຊຣ  | www.laoslanshare.com 
___________



1 comment:

Powered by Blogger.