Header Ads

ປະຫັວດຄວາມເປັນມາຂອງຖໍ້າຕິ່ງ ທີ່ແຂວງຫລວງພະບາງ



ຖໍ້າຕິ່ງສັນນິຖານ ຖໍ້າຕິ່ງ ເຄີຍມີມະນຸດຢູ່ມາກ່ອນບໍ່ຕໍ່າກວ່າ 3000 ປີ ກ່ອນຈະກາຍມາເປັນວັດໃນພຸດທະສາສະໜາ ກ່ອນຍຸກປະຫວັດສາດຖຳ້ຕິ່ງ ເປັນຖໍ້າທີ່ມິຄົນອາໄສຢູ່ບໍ່ຕໍ່າກວ່າ 3000 ປີ ( ໂດຍ: ພຣະອາຈານເນືອງພິລັກ ໂຊຕິທອນ) ໂດຍຖໍ້າຕິ່ງ ຕັ້ງຢູ່ຝັ່ງຕາເວັນຕົກແມ່ນໍ້າຂອງ ເມືອງປາກອູ ແຂວງຫຼວງພະບາງ, ມີສອງຖໍ້າ ຄືຖໍ້າລຸ່ມ ແລະຖໍ້າລຸ່ມ ແລະຖໍ້າເທິງ, ຖໍ້າລຸ່ມຢູ່ໜ້າຜາ ແຄມຂອງ ຖໍ້າເທິງຢູ່ພູຫີນ ລັກສະນະທັງສອງຖໍ້າ ເປັນຖໍ້າຕັນ.



ລັກສະນະຂອງຖໍ້າຕິ່ງ: ຖໍ້າລຸ່ມ ເຕັມໄປດ້ວຍພຣະ ໃນຮ້ານພຣະທີ່ສ້າງຂຶ້ນດ້ວຍມືຄົນ ສິລະປະລາວ ທາງສາສນາ ລັກສະນະຖໍ້າລຸ່ມ ມີຈຸດປະສົງເປັນຫໍໄຫວ້, ສ່ວນຖໍ້າເທິງ ທາງໃນມີພຣະພຸດທະຮູບ, ຮ້ານພຣະ, ພື້ນມີການກໍ່ດ້ວຍດີຈີ່ຍົກຖືປູນ ຍົກພື້ນ ອ້ອມຮອບມີສີມາ ຄ້າຍສິມ ຜູ້ຂຽນສັນນິຖານວ່າ ເປັນສີມາ, ຢູ່ຜະໜັງຖໍ້າດ້ານໃນ ມີການແກ່ສະຫຼັກຜາເປັນຮູບສິງ(ສັງເກດຈຶ່ງເຫັນ) ໃນຜະໜັງມີຮູເຈາະຄ້າຍໆມີວັດຖຸປະສົງເປັນບ່ອນໃສ່ພຣະພຸດທະຮູບ, ດ້ານນອກທີການເຮັດຜາລວຍດລາຍລາວດັ່ງທີ່ເຫັນໃນຮູບ ອັນນີ້ແມ່ນເຮັດໃໝ່.




ສັນນິຖານ ຖໍ້າຕິ່ງ ວ່າເປັນສິມ ແລະວັດ ຫຼັງຈາກພົບຫຼັກຖານສີມາ ແລະ ພື້ນກໍ່ສີ່ຫຼ່ຽມຈຶ່ງວັນນິຖານວ່າ ຖໍ້າເທິງແມ່ນຖໍ້າ “ສິມ” ຫາກເປັນເຊັ່ນນີ້ ບໍລິເວນຖໍ້າຕິ່ງທັງໝົດແມ່ນວັດບູຮານກ່ອນປະຫວັດສາດ ເພາະທີ່ໃດມີສິມ ທີ່ນັ້ນແມ່ນວັດ. (ຂໍ້ຄວນລະວັງສຳລັບ ທຸກຄົນ ເວລາໄປຖໍ້າເທິງ ເພື່ອບໍ່ໃຫ້ເປັນອະທິກຳ ຢ່າຂຶ້ນຢຽມພື້ນ 4 ຫຼ່ຽມນັ້ນ ຄືຢ່າເຂົ້າໄປໃນ ກາຍເສມາເຂົ້າໄປ)



ຫຼັກຖານທາງປະຫວັດສາດທີ່ສັນນິຖານວ່າຖໍ້າຕິ່ງມິອາຍຸເກີນ 3000 ປີ:  

1. ພື້ນກໍ່ດິນຈີ່ສີ່ຫຼ່ຽມ
2. ເສມາ(ອ້ອມພື້ນດິນຈີ່ສີ່ຫຼ່ຽມ)
3. ຮູບສະຫຼັກຫີນຜາຄ້າຍສິມ.
4. ພາບແຕ້ມບູຮານ ສີແດງຢູ່ນອກຜາຖໍ້າເທິງ
5. ສີລາຂຽນປະກາດ




ຫຼັກຖານ 5 ຢ່າງນີ້ເປັນຫຼັກຖານໃຫ້ສັນນິຖານວ່າ ຖໍ້ານີ້ເປັນວັດບູຮານ, ຫຼັກຖານທີ 1-3 ເປັນການຢັ້ງຢືນວ່າ ເປັນວັດບູຮານກ່ອນປະຫວັດສາດພຸດທະສາສະໜາ ແລະປະຫວັດສາດຊາດລາວ ສະໄໝພຣະເຈົ້າຟ້າງຸ່ມວ່າ ມີພຸດທະສາສະໜາເຂົ້າມາຍັງດິນແດນລາວກ່ອນຍຸກລ້ານຊ້າງແລ້ວ ເພາະສະໄໝກ່ອນໜ້ານັ້ນ ພຣະສົງຈະຢູ່ໃນປ່າໝົດ ບໍ່ຢູ່ໃກ້ບ້ານ ໃນສະໄໝພຣະເຈົ້າຟ້າງຸ່ມເຮົາຮູ້ໃນນາມວ່າ “ອະຣັນຍະວາສີ” (ພຣະປ່າ-ວັດປ່າ) ເພາະໃນສະໄໝພຣະເຈົ້າຟ້າງຸ່ມມີການນິມົນພຣະສົງມາຢູ່ໃກ້ບ້ານ ເພື່ອງ່າຍຕໍ່ການອຸປະຖຳ ແລະ ສັ່ງສອນຍາດໂຍມ




ຫຼັກຖານທີ 4 ເປັນຫຼັກຖານສຳຄັນສຸດທີ່ເຮັດໃຫ້ຮູ້ວ່າ ຖໍ້ານີ້ມີມະນຸດ(ຄົນ)ອາໄສຢູ່ມາກ່ອນ 3000 ພັນກວ່າປີ ເພາະຜູ້ຂຽນພົບພາບແຕ້ມບູຮານສີແດງ ມີຮູບຄົນ ຖືທະນູ, ຮູບສັດສີ່ຂາປະເພດງົວ ຫຼືຄວາຍ, ຮູບເຮືອ, ຮູບປາ ຍັງມີພາບອື່ນໆອີກສີຈາງໆ ຫາກມີເວລາຫຼາຍໜ້າຊິພົນຮູບອື່ນອີກ



ພາບນີ້ ມີອາຍຸເກີນ 3000 ປິ ເໝືອນກັນກັບພາບທີ່ຜາແຕ້ມ ທີ່ອຳເພີໂຂງຈຽມ ແຂວງອຸບົນຣາຊະທານີ ຖືວ່າຢູ່ໃນຍຸກດຽວກັນ, ພາບແບບນີ້ ເປັນອັກສອນພາບ ຖືວ່າເປັນສື່ ຫຼືໜັງສືກ່ອນຈະມີໜັງສືລາຍເສັ້ນ, ທຽບວັດທະນາການສາອັກສອນສາກົນ ແມ່ນຢູ່ໃນຍຸກດຽວກັນກັບອັກສອນທົ່ວໄປທີ່ພົບໃນໂລກ (ອັນນີ້ສະແດງໃຫ້ເຫັນວ່າ ມະນຸດໃນດິນລາວບູຮານ ມີພັດທະນາການພ້ອມໆກັບມະນຸດທົ່ວໂລກ, ແລະເປັນສິ່ງຢັ້ງຢືນວ່າ ມະນຸດບໍ່ໄດ້ລອກລຽນແບບກັນ ພຽງແຕ່ເປັນພັດທະນາການຕາມຍຸກສະໄໝ ທາງປະຫວັດສາດ ແລະມັນສະໝອງ)




ຫຼັກຖານທີ 5 ເປັນໝາຍປະກາດ ປິ 1932 ອາຍຸ 85 ປິ ອັນນີ້ ເຮັດໃຫ້ວິເຄາະວ່າ ຖໍ້າຕິ່ງມີຄວາມສຳຄັນຕໍ່ລາຊະສຳນັກ ລ້ານຊ້າງມານານໂດຍລາຊະປະເພນີ ຈຶ່ງໃຫ້ລາຊະສຳນັກເອົາໃຈໃສ່ອຸປະຖຳປົກປັກຮັກສາມາດ້ວຍກົດໝາຍ.




ບົດຄວາມ: ນາງ ສາຍວາລິນ ບໍລະວົງ 
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.