Header Ads

ມາ​ຮ່ວມ​ກັນເປັນເຈົ້າພາບ ແລະ ​ເປັນ​ສ່ວນ​ໜຶ່ງ​​ຂອງ​ສະຫລອງ​ປີ​ທ່ອງ​ທ່ຽວ​ລາວ 2018



ອີງຕາມການລາຍງານຂ່າວຂອງ ຂປລ ວ່າ: ປີ 2018 ສປປ ລາວ ຈະສະເຫລີມສະຫລອງ ປີທ່ອງທ່ຽວລາວ ໂດຍມີເປົ້າໝາຍ ເພື່ອດຶງດູດນັກ ທ່ອງທ່ຽວໃຫ້ໄດ້  4  ລ້ານກວ່າຄົນ, ຂະແໜງທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກະ ກຽມແຜນການ ທ່ອງທ່ຽວຢ່າງຫລາກຫລາຍ, ພ້ອມທັງມີການປັບປຸງ ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານລວມ ທັງພະນັກງານນຳທ່ຽວ ເພື່ອໃຫ້ປີທ່ອງທ່ຽວ  2018  ນີ້ ປະສົບຜົນສໍາເລັດ ແລະ ສາມາດດຶງດູດ ນັກທ່ອງທ່ຽວໄດ້ຕາມເປົ້າ.




Photo : PhoonSab Thevongsa

ສຳລັບພິທີເປີດປີທ່ອງທ່ຽວລາວ 2018 ໄດ້ກຳນົດເອົາວັນທີ 2 ພະຈິກ 2017 ກົງກັບມື້ຈັດພິທີ ແຫ່ຜາສາດເຜິ້ງ ໃນບຸນນະມັດສະການ  ພະທາດຫລວງ ຕໍ່ດ້ວຍການເຂົ້າຮ່ວມ ພິທີຕັກບາດທີ່ງານດັ່ງກ່າວ ໃນມື້ຕໍ່ມາພ້ອມກັບ ກິດ ຈະກຳອື່ນໆ ເປັນຕົ້ນເທສະການຮູບເງົາ, ການ ສະແດງສິລະປະ ວັດທະນະທຳພື້ນເມືອງ ບັນດາເຜົ່າທົ່ວປະເທດ ແລະ ງານວາງສະແດງທ່ອງທ່ຽວ.








ນອກຈາກນີ້, ບັນດາແຂວງຕ່າງໆ ຍັງມີກິດຈະກໍາທີ່ ຫລາກຫລາຍແຕກຕ່າງກັນ ແລະ ເປັນກິດຈະກຳເດັ່ນໆ ຄາດວ່າຈະສ້າງສີສັນ ໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຕິດອົກຕິດໃຈເປັນຕົ້ນ ບຸນປີໃໝ່ຊົນເຜົ່າກຶມມຸ ຢູ່ແຂວງອຸດົມ ໄຊ, ການຢ້ຽມຢາມແຫລ່ງ ທ່ອງທ່ຽວສຳລັບ ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ຢູ່ນະຄອນຫລວງວຽງຈັນ, ຈຳປາສັກ ແລະ ຫລວງພະບາງ, ງານດອກງິ້ວບານ ແຂວງບໍ່ແກ້ວ, ບຸນພະບາດໂພນສັນ ແຂວງບໍລິຄຳໄຊ, ບຸນເສົາຫລັກ ເມືອງ 10 ຊົນເຜົ່າ ແຂວງເຊກອງ, ບຸນຊ້າງ ແຂວງໄຊຍະບູລີ, ບຸນວັດພູຈຳປາສັກ, ບຸນຊົນເຜົ່າໄທດຳ ແຂວງຫລວງນ້ຳທາ, ບຸນພະທາດສີໂຄດ ແຂວງຄຳມ່ວນ, ບຸນຮອຍພະບາດ ວັດນາດູ ແຂວງສາລະວັນ, ຄາລາວານລົດ ທ່ອງທ່ຽວ ພາກເໜືອ ແລະ ພາກໃຕ້, ບຸນປີໃໝ່ລາວ ແຂວງຫລວງພະບາງ, ງານສະຫລອງ ແກ້ວຫລັກເມືອງ ແຂວງຫົວພັນ, ບຸນພະທາດ ອີງຮັງ ແຂວງສະຫວັນນະເຂດ, ບຸນກິນຈຽງ ແຂວງວຽງຈັນ ແລະ ອື່ນໆ.  ສຳລັບຢູ່ຕ່າງປະເທດ ແມ່ນ ຈະຈັດງານວັນລາວ ໃນງານ ATF 2018 ຢູ່ຊຽງໃໝ່ ປະເທດໄທ, ງານ Cock tail ຢູ່ ITB Berlin 2018 ປະເທດ ເຢຍລະມັນ, ງານວັນລາວ ຢູ່ໂຕກຽວ ປະເທດຍີ່ປຸ່ນ, ງານວັນລາວ ITE HCM 2018 ຢູ່ແຂວງໂຮ່ຈີ່ມິງ ສສ ຫວຽດນາມ ແລະ ການສະຫລອງວັນ ທ່ອງທ່ຽວໂລກ ຢູ່ນະຄອນຫລວງວຽງຈັນ.






ມາຮ່ວມກັນເປັນເຈົ້າພາບທີ່ດີ, ມີຮອຍຍີ້ມ ແລະ ມອບມິດໄມຕີ ໃຫ້ນັກທ່ອງທ່ຽວ ເພື່ອໃຫ້ ສປປ ລາວ ມີຊື່ສຽງດ້ານການ ທ່ອງທ່ຽວໂດ່ງດັງໄປທົ່ວ ພາກພື້ນ ແລະ ສາກົນ.

ທີ່ມາ:  ຂປລ  | Photo: Phoonsab  Thevongsa & More..
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.