Header Ads

ປະຫວັດຄວາມເປັນມາໂດຍສັງເຂບຂອງພຣະທາດ “ນາງລາວ” ເມືອງວິລະບູລີ ແຂວງສະຫວັນນະເຂດ



ພະທາດນາງລາວ ເປັນທາດທີ່ມີໂຄງສ້າງທາງດ້ານສິລະປະ ແລະສະຖາປັດຕະຍະກໍາແບບຫຼວງພະບາງ ຫຼື ລ້ານຊ້າງຕອນເໜືອ, ມີຖານເປັນຮູບ 4 ຫຼ່ຽມຈະຕຸລັດ ທີ່ມີຂະນາດ 11,38 ແມັດ X 11,38 ແມັດ ແລະ ສູງປະມານ 12 ແມັດ. ສ່ວນຖານຮູບ 4 ຫຼ່ຽມຈະຕຸລັດຂອງທາດເປັນຖານແບບຕໍ່າປະກອບ 3 ຖ້ານ, ມີເຕົ້າທາດເປັນຮູບ 8 ຫຼ່ຽມປະດັບດ້ວຍບົວຂວາມ ແລະ ບົວຫງາຍ, ສ່ວນຍອດທາດເປັນຮູບວົງມົນ (ລະຄັງຂວາມ) ປະດັບດ້ວຍບົວຂວາມ ແລະ ບົວຫງາຍ, ສ່ວນເທິງສຸດສັນນິຖານວ່າຈະມີເສດຕະສັດທີ່ເຮັດດ້ວຍວັດຖຸມີຄ່າຕາມຮູບແບບທາງສິລະປະ, ສະຖາປັດຕະຍະກໍາ ຂອງຫຼວງພະບາງ ຫຼື ລ້ານຊ້າງຕອນເໜືອ.




ຍ້ອນການເວລາຜ່ານໄປຫຼາຍປີ, ທັງຖືກປະຮ້າງເປັນເວລາດົນນານ ແລະ ຖືກຂຸດເຈາະເພື່ອລ້າສົມບັດຈາກກຸ່ມຄົນບໍ່ດີໃນໄລຍະຜ່ານມາ ໂດຍສະເພາະແມ່ນໄດ້ຖືກຜົນກະທົບຈາກການສົງຄາມທໍາລາຍຂອງຈັກກາພັດອາເມລິກາຜູ້ຮຸກຮານນັ້ນໄດ້ເຮັດໃຫ້ອົງພະທາດແຕກຫັກ, ຂຸເຈື່ອນ ແລະ ເພພັງລົງ ໂດຍສະເພາະແມ່ນອົງພະທາດທາງດ້ານຕາເວັນອອກ ແລະ ດ້ານເໜືອ ທີ່ຖືກສະເກັດລະເບີດຂອງຈັກກາພັດອາເມລິກາຖິ້ມໃສ່ຜາບຸນ ເພື່ອຫວັງທໍາລາຍຖານທີ່ຕັ້ງຂອງສຳນັກງານພາກລາວໃຕ້ທີ່ຕັ້ງຢູ່ຜາດັ່ງກ່າວ.ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສປປ ລາວມາໄດ້ເກືອບ 40 ປີແລ້ວກໍ່ຕາມ, ແຕ່ອົງພະທາດຍັງບໍ່ທັນມີທຶນຮອນເພື່ອມາປະຕິສັງຂອນໃຫ້ຢູ່ສະພາບເດີມຂອງອົງພະທາດໄດ້. ນັບຕັ້ງແຕ່ແຕ່ປີ ຄສ 2002 ມາເຖິງປັດຈຸບັນປະຊາຊົນເມືອງວິລະບູລີກໍຄືຊາວເມືອງອ້ອມຂ້າງ ກໍໄດ້ພ້ອມກັນເຮັດອະນາໄມຖາກຖາງອ້ອມຂ້າງອົງພຣະທາດ ເພື່ອເຮັດບຸນສິນກິນທານ ແລະ ສະເຫຼີມສະຫຼອງງານບຸນປະເພນີໃນມື້ເດືອນສາມເພັງຂອງທຸກໆປີ.



ປັດຈຸບັນທາງອໍານາດການປົກຄອງແຂວງ ແລະ ເມືອງໄດ້ເປິດເວັບໄຊ ພະທາດນາງລາວ "www.pratadnanglao.com " ເພື່ອລະດົມທຶນບູລະນະປະຕິສັງຂອນພະທາດດັ່ງກ່າວໃຫ້ຢູ່ເຊັນລູກເຊັນຫຼານ ເພື່ອເປັນບ່ອນກຣາບໄຫວ້ຂອງປະຊາຊົນ ແລະ ຜູ້ມາຢ້ຽມຊົມ.​ ສໍາລັບຜູ້ທີ່ຕ້ອງການບໍລິຈາດ ສາມາດພົວພັນຕາມລາຍລະອຽດລຸ່ມນີ້: 

ເລກບັນຊີເງິນກີບ(030110001407074001 Maintenance fund for pha thadnanglao)
ເລກບັນຊີເງິນບາດ030110201407074001Maintenance fund for pha thadnanglao
ເລກບັນຊີເງິນໂດລາ 030110101407074001Maintenance fund for pha thadnanglao
ຫລືສາມາດຕິດຕໍ່ສອບຖາມໄດ້ ທີ່ບ້ານດົງໂດກ ນະຄອນຫຼວງວຽງຈັນ
ໂທ: 030- 8845 8896, Email:  info@pratadnanglao.com



















ທີ່ມາ:  www.pratadnanglao.com 
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.