Header Ads

“ດາວສະຫວັນ ເຫງົ້າພາສີ” ນັກຮຽນເກັ່ງລະດັບຊາດ


ນາງ ດາວສະຫວັນ ເຫງົ້າພາສີ ນັກຮຽນ ມ 4 ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ປາດຖະໜາ, ສາມາດສອບເສັງໄດ້ອັນດັບທີ 1 ທົ່ວປະເທດ ວິຊາເຄມີສາດ ຊັ້ນ ມັດທະຍົມຕົ້ນ ໃນບັ້ນສອບເສັງຈັດຂຶ້ນເມື່ອທ້າຍເດືອນເມສາຜ່ານມາ. ນາງ ດາວສະຫວັນ ເປີດເຜີຍເຄັດລັບການຮຽນເກັ່ງວ່າ: ຕົນເອງ ເປັນຄົນມີພິກໄຫວອ່າວຊ້າ ຈຶ່ງຕ້ອງຝຶກຝົນ ແລະ ພະຍາຍາມໜັກກວ່າຄົນອື່ນໆ, ມັກຮຽນດ້ານທິດສະດີ ແລ້ວຈຶ່ງລົງມືແກ້, ສົມທຽບບັນດາທິດສະດີທີ່ອາຈານສອນໃນໂຮງຮຽນ ແລະ ທິດສະດີທີ່ຕົນເອງອ່ານຢູ່ຂ້າງນອກ. ຕໍ່ການສອບເສັງ ຈະທຳຄວາມເຂົ້າໃຈຕໍ່ຫົວຂໍ້ວິຊາຄິດໄລ່ ຈົນເຂົ້າໃຈແຈ້ງ ແລ້ວຈຶ່ງຕອບ. ນອກຈາກໂຮງຮຽນຈັດສອນເພີ່ມໃຫ້ແລ້ວ, ນັກຮຽນເກັ່ງຜູ້ນີ້ ຍັງຊອກຮ່ຳຮຽນເພີ່ມຕື່ມອີກ. ຂະນະທີ່ ຜູ້ປົກຄອງ ກໍໄດ້ໃຫ້ກຳລັງໃຈ ແລະ ສົ່ງເສີມຢ່າງເຕັມທີ່. ພາຍຫລັງສອບເສັງໄດ້ນັກຮຽນເກັ່ງລະດັບປະເທດ, ນາງ ດາວສະຫວັນ ກໍໄດ້ຮັບສິດທິພິເສດຫລາຍຢ່າງ ເປັນຕົ້ນ ຮຽນໂດຍບໍ່ເສຍຄ່າ, ໄດ້ເດີນທາງໄປທ່ຽວຕ່າງປະເທດ ແລະ ໄດ້ຮັບເງິນອຸດໜູນຈຳນວນໜຶ່ງ.

ທີ່ມາ:  ຂປລ 

No comments

Powered by Blogger.