Header Ads

ຕົ້ນໄມ້ກາຍເປັນຫີນ ທີ່ແຂວງອັດຕາປື



ມື້ນີ້ມີແຟນເພຈ laoslanshare.com ສົ່ງຂໍ້ຄວ່ມມາບອກວ່າມີປະກົດການທໍາມະຊາດທີ່ແປກປະລາດທີ່ສຸດເລື່ອງ: ຕົ້ນໄມ້ກາຍເປັນຫີນ ທີ່ແຂວງອັດຕາປື ເຊິ່ງເປັນໜຶ່ງໃນ 4 ແຂວງພາກໃຕ້ຂອງ ສປປ ລາວ ແລະ ແຂວງອັດຕາປຶກໍເປັນອີກແຂວງທີ່ມີເລື່ອງລາວລີ້ລັບ ແລະ ມູນເຊື້ອທາງປະຫັວດແຕ່ບູຮານນາການ ບໍ່ວ່າຈະເປັນວັດສະແຄະ, ໜອງຟ້າ,​ວັດເຈົ້າໄຊເສດຖາທິລາດ, ນໍ້າຕົກຕາດແຊປອງໄລ-ແຊພະ , ຖໍ້າ ແລະ ອີກຫຼາຍສະຖານທີ່ ທີ່ເປັນບູຮານສະຖານທາງວັດທະນາທໍາ ແລະ ປະຫັວດສາດ ເຊິ່ງສິ່ງເຫຼົ່ານີ້ກໍເຮັດໃຫ້ແຂວງອັດຕາປີໜ້າສົນໃຈ ແລະ ໜ້າທ່ຽວຊົມ. 



ສໍາລັບເລື່ອງ ຕົ້ນໄມ້ກາຍເປັນຫີນ ຕາມການບອກເລົ່າຂອງຊາວບ້ານບອກວ່າ ຕົ້ນໄມ້ກາຍເປັນຫີນແມ່ນເກີດມາຈາກກົກຕົ້ນເຊືອກທີ່ເກີດໃນບໍລິເວນນັ້ນ ເວລາຕົ້ນມັນຕາຍຜ່ານມາຫຼາຍປີກໍກາຍເປັນຫີນ ແລະ ພະລາດຢັງຢາຍຕາມບໍລິເວນສະເວນນັ້ນສະເພາະ.  ຢ່າງໃດກໍຕາມ ຊາວບ້ານເຊື່ອວ່ານີ້ເປັນຫີນສັກສິດ ແລະ ອໍານາດການປົກຄອງກໍ່ມີຄໍາສັ່ງຫ້າມເຂື່ອນຍ້າຍຫີນດັ່ງກ່າວອອກຈາກພື້ນທີ່ ແຕ່ສິ່ງທີ່ໜ້າສັງເກດອີກຢ່າງ ຄືກ້ອນຫິນເຫຼົ່ານີ້ຈະມີສະເພາະເຂດນີ້ເທົ່ານັ້ນ ແລະ ພື້ນທີ່ອື່ນໆຂອງແຂວງອັດຕາປືກໍບໍ່ມີປະກົດແບບນີ້.















ທີ່ມາ:  NAK Asia 
© ລາວລ້ານແຊຣ  | www.laoslanshare.com 
___________




No comments

Powered by Blogger.