Header Ads

ຄວາມໝາຍຂອງບຸນອອກພັນສາ-ປະວໍລະນາ



ເປັນທຳນຽມຂອງພະສົງຕ້ອງຢູ່ຈຳພັນສາຄົບສາມເດືອນໃນຍາມຝົນຄືແຕ່ແຮມ 1 ຄໍ່າເດືອນ 8ຮອດມື້ເພັງ 15 ຄໍ່າເດືອນ 11. ພໍດີຄົບກຳນົດສາມເດືອນພະສົງຈະອອກຈາກພັນສາ ສ່ວນອອກຕົນຍາດໂຍມກໍ່ພ້ອມພຽງກັນທຳບຸນໃນໂອກາດດັ່ງກ່າວເຊິ່ງການທຳບຸນໃນມື້ອອກພັນສານີ້ ໄດ້ເປັນໜື່ງໃນຮີດ 12ເດືອນຂອງລາວເຮົາມາແຕ່ດົນນານແລ້ວ.

ຄຳວ່າ: ອອກພັນສາ ກໍ່ຄືການອອກຈາກເຂດຈຳກັດ, ເມື່ອເຂົ້າພັນສາຢູ່ນັ້ນຕ້ອງຢູ່ໃນເຂດຈຳກັດຈະໄປພັກແຮມຄືນຢູ່ບ່ອນອື່ນບໍ່ໄດ້ ເວັ້ນເສຍແຕ່ຄວາມຈຳເປັນທີ່ພະວິໄນອະນຸຍາດໄວ້. ເມື່ອພົ້ນເຂດສາມເດືອນໄປແລ້ວກ່ອນອອກພັນສາຕ້ອງປະວໍລະນາກັນກ່ອນຈິ່ງຈະທ່ຽວສັນຈອນໄປມາຕາມລຳພັງໄດ້. ຈຸດປະສົງຂອງການອອກພັນສາກໍ່ເພື່ອເປິດໂອກາດໃຫ້ພະສົງອອກໄປເທດສັ່ງສອນຍາດໂຍມ ແລະ ຢ້ຽມຢາມຄູບາອາຈານ ພໍ່ແມ່ ແລະ ຍາດພີ່ນ້ອງ.

ສຳລັບການ ປະວໍລະນາ ນັ້ນໄດ້ແກ່ການເປີດໂອກາດໃຫ້ແກ່ກັນ ແລະ ກັນຄືໃຫ້ວ່າກ່າວຕັກເຕືອນກັນໄດ້ໃນເມື່ອຜູ້ໃດຜູ້ໜື່ງຫາກພັ້ງພາດ ເຮັດບໍ່ຈົບບໍ່ງາມ ເຮັດໃຫ້ເກິດຄວາມເສື່ອມເສຍໃນໝູ່ພະສົງ.ສະນັ້ນຈິ່ງມີທຳນຽມປະວໍລະນາກັນໄວ້ ເພື່ອວ່າໄດ້ເຫັນກໍ່ດີ ໄດ້ຍິນກໍ່ດີ ໄດ້ລັງກຽດສົງໄສກໍ່ດີ ໄດ້ເປິດໂອກາດໃຫ້ໝູ່ບອກເຕືອນບໍ່ໃຫ້ເປັນຜູ້ດື້ດ້ານ ຫຼື ຖືທິດຖີມານະ.ອາຍຸການປະວໍລະນາ 9 ເດືອນຄືແຕ່ເດືອນ 11 ແຮມ 1 ຄໍ່າເຖິງເດືອນ 8 ເພັງ.

ພິທີປະວໍລະນາ ແມ່ນເພີ່ນເຮັດໃນຕອນເຊົ້າໆຂອງເດືອນ 11 ເພັງ,ພະສົງຕີລະຄັງລົງໄປໂຮມກັນທີ່ສິມທຳການໄຫວ້ພະຍາມເຊົ້າ ແລ້ວກໍ່ທຳພິທີປະວໍລະນາແທນລົງອຸໂປສົດຄືບໍ່ຕ້ອງສູດພະປສຕີໂມກພຽງແຕ່ຕັ້ງຍັດຕິບອກການປະວໍລະນາຈາກນັ້ນພະເຖລະຜູ້ໃຫຍ່ປະວໍລະນາກ່ອນ,ພາຍຫຼັງສຳເລັດກໍ່ຖືວ່າອອກພັນສາແລ້ວ,ແຕ່ວ່າໃນມື້ຂຶ້ນ 15 ຄໍ່າເດືອນ 11 ນັ້ນພະສົງຍັງໄດ້ໄປແຮມຄືນທີ່ອື່ນບໍ່ໄດ້ເທື່ອ.

ສ່ວນຄະລືຫັດ (ອອກຕົນຍາດໂຍມ)ບໍ່ໄດ້ມີຄຳປະວໍລະນາຄືພະສົງ,ແຕ່ຖ້າເຮັດອະນຸໂລມຄືພະສົງໄດ້ ກໍ່ຈະເປັນການດີຄືຕ່າງຝ່າຍຕ່າງກໍ່ໃຫ້ໂອກາດແກ່ກັນໃນເມື່ອເຫັນ ຫຼື ໄດ້ຍິນສິ່ງໃດອັນເປັນຄວາມເສື່ອມເສຍທັງຕົນເອງ ແລະ ແກ່ຜູ້ອື່ນຕະຫຼອດເຖິງສ່ວນໃຫຍ່ຄືປະເທດຊາດບ້ານເມືອງ. ເມື່ອເປັນແນວນັ້ນກໍ່ໃຫ້ກ່າວເຕືອນກັນໄດ້ ຄັນເຮັດໄດ້ແນວນີ້ກໍ່ຈະກາຍເປັນປະໂຫຍດຫຼາຍແກ່ສັງຄົມ.

ໃນມື້ອອກພັນສາ ນັ້ນຍັງມີ ປະເພນີໄຕ້ປະທີບ(ແສງສະຫວ່າງ)ບູຊາພະລັດຕະນະໄຕຄືເຮັດບ່ອນໄຕ້ທຽນ ຫຼື ອຸປະກອນອື່ນໆ ທີ່ໃຫ້ແສງສະຫວ່າງໄວ້ທີ່ໜ້າສິມ ຫຼື ບ່ອນໃດບ່ອນໜື່ງທີ່ເຫັນວ່າເໝາະສົມຕາມຄວາມຕ້ອງການ,ຮອດຕອນກາງຄືນທັງພະສົງ ແລະ ຊາວບ້ານພາກັນໄຕ້ທູບທຽນບູຊາໃສ່ທີ່ນັ້ນໂດຍນ້ອມຈິດລະນຶກເຖິງພະພຸດພະທຳພະສົງ ຖືວ່າໄດ້ບຸນກຸສົນຫຼາຍເຊັ່ນ: ພະອະນຸລຸດທະເຖລະ ໄດ້ສຳເລັດເປັນພະອໍລະຫັນ ເປັນຜູ້ເລີດທາງຈັກຂຸທີບເລັງເຫັນການໄກກໍ່ເພາະອານິສົງຂອງການຖວາຍປະທີບໄຕ້ບູຊານັ້ນເອງ.


ຂອບໃຈຂໍ້ມູນຈາກ: ໜສພ ຈຳປາໃໝ່,ນຳສະເໜີໂດຍ: ຫຼານພໍ່ເຖົ້າ
© ລາວລ້ານແຊຣ  | www.laoslanshare.com  
___________

No comments

Powered by Blogger.