Header Ads

ບຸນຫໍ່ເຂົ້າປະດັບດິນ ແລະ ງານບຸນຕາມປະເພນີ


ບຸນຫໍ່ເຂົ້າປະດັບດິນ

ບຸນເພິ່ນໄດ້ມີການຈັດຂຶ້ນໃນມື້ແຮມ 15 ເດືອນ 9 ລາວ ຂອງທຸກໆປີ. ຕອນເຊົ້າ ແມ່ນ ໄດ້   ມີ ການ ຕັກປາດ ຖວາຍສັງ ຄະທານ ຕ່າງໆ (ພິທີທາງພຸດທະ ສາສະໜາ) ອອກ ຕົນຍາດໂຍມ ປະຊາຊົນຊາວເມືອງຫລວງ ພຣະ ບາງທຸກຄົນເຖົ້າແກ່ອາວຸໂສ ນ້ອຍໜຸ່ມຍິງ ສາວ ຕ່າງ ກໍ່ ພາ ກັນສ້າງບຸນຮັບສິນກິນທານ ເຮັດເຂົ້າຕົ້ມເຂົ້າ ໜົມ ແລະ ພາເຂົ້າມາຢາດນ້ຳສົ່ງ ບຸນກຸ ສົນ ໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບມາໂຈມເອົາ ແລະ ອວຍໄຊໃຫ້ພອນແກ່ເຂົາ ເຈົ້າຈົ່ງ ປະ ສົບແຕ່ຄວາມສຸກສະຫວັດດີ. ມາຮອດຕອນບ່າຍ ຂອງ ວັນດຽວກັນ ກໍມີການ ແຂ່ງ ຂັນເຮືອ ຊ່ວງ ຢູ່ທີ່ຍື່ງຄານ. ກ່ອນໜ້າທີ່ເພິ່ນຈະມີການແຂ່ງຂັນ ເຮືອຊ່ວງ ເພິ່ນອກໍໄດ້ ມີການຫ້າງ ຫາ ກະກຽມແລະສ້ອມແປງເຮືອ ຂອງທ້ອງຖິ່ນຕົນ,ເວລາ ຈະເອົາລົງກໍມີການ ຄົບງັນແລະສູດທຳ ພິທີ ທາງພຸດທະສາສະໜາ.ເມືອຮອດມື້ແຂ່ງ ກໍໄດ້ເຮັດ ຂັນດອກໄມ້ທູບ ທຽນ ເພື່ອໄປໄຫວ້ ເທພາອາຮັກຕາມສາຍຕ່າງໂດຍສະເພາະແມ່ນປາກແມ່ ນໍ້າຄານ ແລະສັກ ສັກສິດທີ່ສະ ທິດຢູ່ ຕາມສາຍນ້ຳຄານເພື່ອຂໍຄວາມຊ່ວຍເຫລືອຈາກສິ່ງສັກສິດ ມາຄ້ຳຊູຍູ້ໜູນ ໃຫ້ເຮືອຂອງຕົນ ເອງ ໄດ້ຮັບໄຊຊະນະຈາກຄູ່ແຂ່ງຂອງເຮືອລຳອື່ນໆ.



ບຸນວິສາຄະບູຊາ

ບຸນ ວິສາຄະບູຊາ: ແມ່ນບຸນລະນຶກເຖິງວັນທີ່ພຣະພຸດທະເຈົ້າໄດ້ປະສູດ, ຕັດສະຣູ້, ແລະປະຣິນິພານ.ເພິ່ນເຮັດບຸນວິສາຄະບູຊາໃນມື້ເດືອນ 6 ເພັງ. ນັບວ່າເປັນໜ້າອັດສະຈັນທີ່ພຣະພຸດທະເຈົ້າໄດ້ປະສູດ ຕັດສະຣູ້ແລະປະຣິນິພາບໃນມື້ເພັງເດືອນ 6 ໃນວັນດຽວກັນທັງສາມປະການ. ເມື່ອເຖິງ ເດືອນ 6ເພັງທຸກໆປີຊາວບ້ານກໍ່ພາກັນນຳເຄື່ອງສັກກະລະບູຊາມີດອກໄມ້ທູບ ທຽນພາກັນໄປໂຮມທຳບຸນຢູ່ວັດ ພຣະສົງຢູ່ວັດເປັນຜູ້ນຳພາຊາວບ້ານທຳບຸນຮັກສາສິນໃນຕອນຄໍ່າກໍມີ ການວຽນທຽນອ້ອມສິມ. ໃນວັນວິສາຄະບູຊານີ້ຕາມປະເພນີແລ້ວ ຢູ່ຕາມບາງເຂດແຂວງຈະມີການເຮັດບຸນບັ້ງໄຟກັນຢ່າງຄຶກຄື້ນມ່ວນຊື່ນ ໃນມື້ ແຮມ1ຄໍ່າເດືອນ 6 ຂອງທຸກໆປີ.



ບຸນມາຄະບູຊາ

ບຸນ ມາຄະບູຊາ: ແມ່ບຸນລະນຶກເຖິງພະພຸດທະເຈົ້າປົງສັງຂານຄືຕັດບອກວ່າພະອົງຈະນິບພານ ໃນເດືອນ 6 ເພັງຂ້າງໜ້າ ທັງເປັນມື້ບັງເອີນທີ່ພະອໍລະຫັນລູກສິດຂອງພະອົງເອງ 1,250 ອົງ ມາປະຊຸມກັນ ໂດຍບໍ່ໄດ້ນັດໝາຍກັນມາກ່ອນ.ໃນໂອກາດນີ້ພະພຸດທະເຈົ້າ ໄດ້ຊົງເທດສະໜາ ພຣະທັມສຳຄັນທີ່ສຸດແກ່ພຣະອໍຣະຫັນເຫລົ່ານັ້ນ ພຮະທຳນີ້ເອີ້ນວ່າ ໂອວາດທະປະຕິໂມກ (ລະບຽບວິໄນພຣະສົງ).ໃນວັນດຽວກັນນັ້ນພຣະອົງໄດ້ປົງອາຍຸສັງຂານ (ຄືບອກໃຫ້ຮູ້ກຳນົດມື້ຈະຕາຍ) ເພາະວ່າພຣະອົງມີອາຍຸແກ່ ຮ່າງກາຍຊຸດໂຊມເຈັບປ່ວຍລົງແລ້ວ. ພວກເຮົາພາກັນເອີ້ນມື້ເພັງເດືອນສາມນີ້ວ່າ ວັນມາຄະບູຊາ(ວັນເຂົ້າຈີ່) ເມື່ອເຖິງວັນເພັງເດືອນສາມທຸກປີພວກຊາວບ້ານທັງຫລາຍກໍຈັດຫາ ເຄື່ອງສັກກະລະບູຊາ ມີ ດອກໄມ້ທູບທຽນພາກັນໄປເຮັດບຸນທີ່ວັດ ໃນຕອນເຊົ້າກໍ່ມີການຮັບສິນ ແລະ ຕັກບາດ ບາງທ້ອງຖິ່ນສ່ວນໃຫຍ່ແລ້ວເຮັດເຂົ້າຈີ່ເພື່ອໄປໃສ່ບາດໃຫ້ທານ ແກ່ພະສົງ ເມື່ອພະສົງສັນຈັ່ງຫັນແລ້ວພວກເພິ່ນກໍຟັງເທດຕໍ່ໄປໃນຕອນ ຄໍ່າພະສົງພ້ອມປະຊາຊົນຊາວບ້ານກໍພາກັນວຽນ ທຽນອ້ອມສິມຂອງວັດ ຕາມທ້ອງຖິ່ນຂອງໃຜມັນ.



ບຸນຫໍ່ເຂົ້າສະລາກ

ບຸນ ຫໍ່ເຂົ້າສະລາກ: ແມ່ນບຸນອຸທິດສົ່ງຜົນບຸນໄປຫາຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ດັ່ງດຽວກັບບຸນຫໍ່ເຂົ້າປະດັບດິນແຕ່ວ່າມີວິທີເຮັດຕ່າງກັນ. ຕາມປະເພນີຂອງລາວເຮົາເພິ່ນເຮັດບຸນຫໍ່ເຂົ້າສະລາກໃນມື້ເພັງ ເດືອນ10 ທຸກໆປີ. ເມື່ອຮອດວັນນີ້ ເຖົ້າແກ່ຊາວບ້ານພາກັນຈັດເອົາເຂົ້ານ້ຳອາຫານແລະເຄື່ອງທານຕ່າງໆມີດ ອກໄມ້ທູບທຽນ ກວຍເຂົ້າສະລາກ ແລະ ພາເຂົ້າທິບໄປໂຮກັນຢູ່ທີວັດ . ເມື່ອຊາວບ້ານມາໂຮມກັນໝົດແລ້ວເພິ່ນກໍ່ເກັບເອົາສະລາກອອກຈາກ ກວຍຂອງແຕ່ລະຄົນໃສ່ໃນບາດໄວ້ ເມື່ອພະສົງສາມະເນນອົງໃດ ຈັບສະລາກຖືກຊື່ຜູ້ໃດນັ້ນກໍຖວາຍອາຫານແລະສິ່ງຂອງຕ່າງໆໃຫ້ແກ່ ພະສົງສາມະເນນອົງນັ້ນ.ຕໍ່ມາພະສົງກໍໃຫ້ພອນ ພ້ອມກັນນັ້ນຊາວບ້ານກໍພາກັນຢາດນ້ຳອຸທິດສົ່ງຜົນບຸນໄປຫາຍາດພີ່ນ້ອງ ຜູ້ຕາຍໄປ.ຫຼັງຈາກສັນຈັ່ງຫັນແລ້ວ ພະສົງກໍເທດສະຫລອງໃນການໃຫ້ທານແກ່ຊາວບ້ານ.



ບຸນຄູນເຂົ້າ


ເປັນບຸນມະຫາຊົນຫລັງຈາກລະດູເກັບກ່ຽວເອົາເຂົ້າຂຶ້ນເລົ້າແລ້ວ ຊາວນາໄດ້ຈັດ ພິທີ່ ເຮັດ ບຸນຄູນເຂົ້າ ສູ່ຂວັນເຂົ້າຢ່າງມະໂຫລານ.ບຸນຄູນເຂົ້າໝາຍຄວາມວ່າຂໍ ໃຫ້ຄູນຂຶ້ນໄປ ເລື້ອຍໆ ໃນປີຕໍ່ໄປ.ໃນໂອກາດນີ້ໄດ້ນິມົນພະມາສູດແລະເຕົ້າໂຮມຍາດຕິພີ່ນ້ອງ ໝູ່ເພື່ອນທີ່ໄດ້ ໃຫ້ ການ ຊ່ວຍເຫລືອເພາະສະໄໝກ່ອນບໍ່ມີການຈ້າງແຮງງານ ມີແຕ່ການແລກປ່ຽນແຮງງານ ກັນຫລືເອີ້ນວ່າ ເຮັດນາວານ ເພື່ອຊົມເຊີຍຜົນເກັບກ່ຽວທີ່ພວກເຮົາໄດ້ເອົາ ຫລັງສູ້ຟ້າໜ້າ ສູ້ຝົນລຳບາກກາກກໍ່ມາພໍສົມຄວນເພິ່ນຈິ່ງຕີລາຄາວ່າ ສິບເມັດເຂົ້າເທົ່າ ເກົ້າ ເມັດເຫື່ອຂອງ ຊາວນາ ສະນັ້ນພວກເຮົາຕ້ອງ ຖະໜອມຫອມຮັກເຂົ້າ ຜູ້ໃດຈົກເຂົ້າອອກຈາກຕິບມາແລ້ວ ຕ້ອງກິນໃຫ້ໝົດຖ້າຜູ້ໃດເອົາ ຖິ້ມຈະ ມີບາບ ເພາະເຂົ້າເປັນອາຫານຫລັກໃນການ ລ້ຽງຊີບ ຂອງມະນຸດ



ທີ່ມາ: Lao National Radio  
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.