Header Ads

ເປີດປີທ່ອງທ່ຽວລາວ 2018 ພ້ອມບຸນນະມັດສະການພະທາດຫລວງ 2017



ໃນຕອນແລງຂອງມື້ນີ້ 28 ຕຸລາ ພະນະທ່ານ ທອງລຸນ ສີສຸລິດ ໄດ້ປະກາດເປີດງານປີທ່ອງທ່ຽວລາວ 2018 ແລະ ບຸນນະມັດສະການພະທາດຫລວງ 2017 ໂດຍມີ ບັນດາລັດຖະມົນຕີ ຮອງລັຖະມົນຕີ, ເຈົ້າຄອງນະຄອນຫລວງວຽງຈັນ, ທູຕານຸທູດ ແລະ ຕາງຫນ້າອົງການຈັດຕົ້ງສາກົນ ແລະ ຊາວນະຄອນຫລວງວຽງຈັນເຂົ້າຮວ່ມຢ່າງຫລວງຫລາຍ. ສະເພາະກິດຈະກຳປີທ່ອງທ່ຽວທີ່ສຳຄັນໃນທົ່ວປະເທດ ມີ 18 ກິດຈະກຳທີ່ເປັນເຫດການອັນພົ້ນເດັ່ນຂອງແຕ່ລະແຂວງໃນຂອບເຂດທົ່ວປະເທດ ໃນນັ້ນປະກອບມີ:







1. ບຸນປີໃຫມ່ຊົນເຜົ່າກຶມມຸ ແຂວງອຸດົມໄຊຸ
2. ບຸນເສົາຫລັກເມືອງ 10 ຊົນເຜົ່າແຂວງເຊກອງ
3.ບຸນພະບາດໂພນສັນ ບໍລິຄຳໄຊ
4. ບຸນຊົນເຜົ່າຫລວງນຳ້ທ່າ
5. ເທດສະການດອກງິ້ວບານບ່ໍແກ້ວ
6. ບຸນຊ້າງໄຊຍະບູລີ
7. ບຸນວັດພູຈຳປາສັກ
8. ບຸນພະທາດສີໂຄດຄຳມ່ວນ
9. ປີໃຫມ່ລາວ ຫລວງພະບາງ
10. ງານສະເຫລີມສະຫລອງແກ້ວຫລັກເມືອງ ແລະ ທ່ຽວຊົມຖຳ້ທ່ານຜູ້ນຳ ຫົວພັນ
11. ບຸນຊວ່ງເຮືອສາລະວັນ
12. ບຸນນະມັດສະການພະທາດຫລວງວຽງຈັນ
13. ບຸນຊ່ວງເຮືອເມືອງຂວາຜົ້ງສາລີ
14. ບຸນພະທາດອີງຮັງສະຫວັນນະເຂດ
15. ບຸນກິນຈຽງທີ່ຊຽງຂວາງ
16. ບຸນກິນຈຽງຫລັກ 52 ແຂວງວຽງຈັນ
17. ບຸນກິນຈຽງແຂວງໄຊສົມບູນ
18. ງານນະນະມັດສະການພະເຈົ້່າໄຊເສດຖາແຂວງອັດຕະປື.










ສຳລັບການຈັດງານບຸນນະມັດສະການພະທາດຫລວງໃນຄັ້ງນີ້ແມ່ນພິເສດ ເພາະໄດ້ຈັດຂຶ້ນພາຍຫລັງທີ່ຫາກໍສຳເລັດການບູລະນະພະທາດຫລວງໃນນັ້ນຈອມພະທາດແມ່ນເຮັດດ້ວຍຄຳຫລາຍ ກິໂລ ແລະ ມີງານວາງສະແດງສິນຄ້າຫນຶ່ງເມືອງຫນຶ່ງຜະລິດຕະພັນ ODOP, ສິນຄ້າອຸດສາຫະກຳ-ຫັດຖະກຳ, ວາງສະແດງເຮືອນຊົງລາວຈຳລອງ, ການສະແດງສິລະປະວັດທະນະທຳ ແລະ ກິດຈະກຳທາງສາສະຫນາບູຊາພະທາດຫລວງ ແລະ ອື່ນໆ.



ທີ່ມາ:  ຂປລ 
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.