Header Ads

ມະຫັດສະຈັນທໍາມະຊາດນໍ້າຕົກຕາດ ແຊປ້ອງໄລ ເມືອງສະໜາມໄຊ ແຂວງອັດຕະປື


ຕາດ ແຊປ້ອງໄລ ຕັ໊ງຢູ່ໃກ້ກັບບ້ານ ຕຳມະຢັອດ ເມືອງສະໜາມໄຊ ແຂວງອັດຕະປື ຢູ່ໃນບໍລິເວນເຂດປ່າກັນຊົນ ຂອງປ່າສະຫງວນແຫ່ງຊາດເຊປຽນ ເຊິ່ງຫ່າງຈາກຕົວເມືອງ ສະໜາມໄຊປະມານ 75 ກິໂລແມັດ ເປັນນໍ້າຕົກມີຄວາມກວ້າງປະມານ 130 ແມັດ ແລະ ມີຄວາມສູງປະມານ 20 ແມັດ ຢູ່ທາງຝັ່ງຂ້າຍ ແລະ 35 - 40 ແມັດ ຢູ່ທາງຝັ່ງຂົວ.






ສໍາລັບການເດີນທາງໄປຍັງນໍ້າຕົກຕາດດັ່ງກ່າວນີ້ ແມ່ນສາມາດເດີນທາງໄປໄດ້ສອງ ທາງຄື: 

1. ສາມາດເດີນທາງຜ່ານເມືອງປະທຸມພອນ ເຂົ້າສູ່ເສັ້ນທາງແດງ ໝາຍເລກ 18 ຈາກເມືອງປະທຸມພອນ ແຂວງຈຳປາສັກ ສູ່ແຂວງອັດຕະປື ເຊິ່ງເສັ້ນທາງຈະຕັດຜ່ານ ປ່າສະຫງວນແຫ່ງຊາດເຊປຽນ (ໃນລະດູແລ້ງ ເສັ້ນທາງນີ້ ຈະໃກ້) ຈະມີ 3 ແຍກ ບໍລິເວນບ້ານໃໝ່ ໃຫ້ລ້ຽວຊ້າຍ ຂີ່ໄປປະມານ ສິບປາຍກິໂລແມັດ ກໍຈະຮອດຕາດແຊພະ ຈາກຕາດແຊພະ ໄປຫາແຊປ້ອງໄລປະມານ 8 ກິໂລແມັດ


2. ເສັ້ນທາງປາກຊ່ອງ ເລາະລຽບເຂດພູພຽງບໍລິເວນ ລົງສູ່ເສັ້ນທາງໝາຍເລກ 11 ແລ້ວຕໍ່ໃສ່ ເສັນທາງເລກທີ 18 ຫາເມືອງສະໜາມໄຊ ຈະມີ 3 ແຍກ ບໍລິເວນບ້ານໃໝ່ ໃຫ້ລ້ຽວຊ້າຍ ຂີ່ໄປປະມານ ສິບປາຍກິໂລແມັດ ກໍຈະຮອດຕາດແຊພະ ຈາກຕາດແຊພະ ໄປຫາແຊປ້ອງໄລປະມານ 8 ກິໂລແມັດ




ໝາຍເຫດ: ສາມາດເດີນທາງໄປທ່ຽວຊົມໄດ້ທັງສອງລະດູ ແຕ່ໃນຊ່ວງລະດູຝົນ ໃຫ້ສອບທາງເລື່ອງເສັ້ນທາງ ແລະ ປະລິມານນໍ້າ ເພື່ອປ້ອງກັນອັນຕະລາຍຈາກນໍ້າປ່າ. ລົດທີ່ຈະເດີນທາງໄປ ແນະນຳໃຫ້ໃຊ້ລົດທີ່ມີ 4WD.

























ພາບ ແລະ ຂໍ້ມູນ: Kizuna Chanthavong
© ລາວລ້ານແຊຣ  | www.laoslanshare.com 
   
___________


No comments

Powered by Blogger.