Header Ads

ຫໍຫລັກເມືອງວຽງຈັນ ຮ່ອງຮອຍດ້ານມໍລະດົກບູຮານສະຖານທາງປະຫວັດສາດ



ຫໍຫລັກເມືອງວຽງຈັນ ສ້າງຂຶ້ນເພື່ອເປັນບ່ອນປົກປັກຮັກສາຮ່ອງຮອຍ ມໍລະດົກທາງປະຫວັດສາດທີ່ໄດ້ຄົ້ນພົບຢູ່ໃນສະຖານທີ່ແຫ່ງນີ້ ຊຶ່ງໄດ້ຄົ້ນຄ້ວາວິໄຈໂດຍນັກບູຮານຄະດີແລ້ວວ່າ ເປັນວັດຖຸປະກອບເຂົ້າໃນພິທີການກໍ່ສ້າງ ແລະສະເຫລີມສະຫລອງເສົາຫລັກເມືອງວຽງຈັນໃນສະໄໝກ່ອນຕາມຮີດຄອງປະເພນີເກົ່າແກ່ບູຮານ ຂອງຊາດລາວເຮົາ.



ຫີນຫລັກເມືອງ ຈຳນວນ 473 ຫລັກ ແກະສະຫລັກເປັນຫລາຍຮູບແບບທີ່ຈົບງາມ ແລະ ສ່ວນໃຫຍ່ພອກດ້ວຍຄຳປິວ ຊຶ່ງສະແດງໃຫ້ເຫັນວ່າຄົນລາວບູຮານ ໄດ້ໃຫ້ຄຸນຄ່າ ແລະ ຄວາມໝາຍສຳຄັນອັນສູງສົ່ງຕໍ່ວັດຖຸເຫລົ່ານັ້ນ, ສຳຄັນແມ່ນ ສີລາຈາລຶກແຜ່ນ 1 ທີ່ຄົ້ນພົບຢູ່ໃນກຸ່ມຫີນດັ່ງກ່າວທີ່ລະບຸເລີກຍາມກົງກັບມື້ ວັນຈັນ, ແຮມ 10 ຄໍ່າ ເດືອນ 3, ຈສ. 901,ປີກຸນ. ປີກັດໃຄ້, ກົງກັບວັນທີ 16 ກຸມພາ ຄສ 1540. ລາຊະການຂອງພະເຈົ້າໂພທິສາລາດ ພະບິດາຂອງພະເຈົ້າໄຊເຊດຖາທິລາດ.

ກຸ່ມຫີນຫລັກເມືອງເຫລົ່ານີ້ ຈັດວາງໄວ້ເປັນ 3 ກຸ່ມ ຫ່າງກັນປະມານ 1,5 ມແລະ ຫໍຫລັກເມືອງທີ່ສ້າງຂຶ້ນໃໝ່ນີ້ ແມ່ນກວມເອົາຫີນເສນທັງ 3 ກຸ່ມ ແລະຖືເປັນຈຸດໃຈກາງ ທັງນີ້ກໍເພື່ອຈະຮັກສາຄວາມໝາຍທີ່ສັກສິດຂອງຈຸດທີ່ຕັ້ງເດີມຊຶ່ງບັນພະບູລຸດຂອງພວກເຮົາໄດ້ກຳນົດເອົາໄວ້ແລ້ວນັ້ນ ເພື່ອປະຕິບັດຮີດເກົ່າຄອງເດີມ ທີ່ມີມາແຕ່ບູຮານ.






ລັດຖະບານ ໄດ້ສ້າງຫລັກເມືອງ1 ຫລັກ ຂຶ້ນໃໝ່ ໄວ້ເປັນຫລັກຖານ ຊຶ່ງຂະໜາດຂອງເສົາຫລັກເມືອງນີ້ເທົ່າ 1 ວາຂອງປະທານປະເທດ (ທ່ານ ຈູມມະລີ ໄຊຍະສອນ) ໃນເວລານັ້ນ, ຄວັດແກະສະຫລັກດ້ວຍທ່ອນໄມ້ຈັນຫອມ ຕົບແຕ່ງລວດລາຍສີລະປະແບບບູຮານລາວ ໂດຍໄດ້ແຮງບັນດານໃຈຈາກເສົາດັ້ງເດີມຂອງພະທາດຫລວງວຽງຈັນ ຊຶ່ງກ່າວກັນວ່າ ໄດ້ສືບທອດກັນມາຕັ້ງແຕ່ ຍຸກພະເຈົ້າອາໂສກມະຫາລາດ.


ຫລັກເມືອງອັນໃໝ່ນີ້ ພອກດ້ວຍຄຳປິວ ເປັນຮູບຊົງກົມເໝືອນລຳທຽນ ສ່ວນເທິງເປັນຮູບສ້ວຍ ປະດັບລວດລາຍຢ່າງປານີດຈົບງາມ. ຈອມສຸດເປັນຮູບດອກບົວຈູມ ຢອງຢູ່ເທິງແຜ່ນຮູບແອວຂັນ ແລະ ມີບົວຫງາຍຮອງຮັບປະດິດສະຖານຢູ່ບົນແຜ່ນກໍ່, ປູດ້ວຍຫີນແກຣນນິດ,ເປັນຮູບ 4 ລ່ຽມຫຍໍ້ມູມ; ແບ່ງເປັນ 3 ຖ້ານ ຊຶ່ງໝາຍເຖິງມະນຸດສະໂລກ,ເທວະໂລກ ແລະ ສະຫວັນນະໂລກ, ໄມ້ຈັນຫອມທີ່ນຳມາເປັນເສົາຫລັກເມືອງຕົ້ນນີ້ ມີຖິ່ນກຳເນີດຢູ່ບ້ານນາດູ່ ເມືອງມະຫາໄຊ ແຂວງຄຳມ່ວນອັນເປັນອານາຈັກສີໂຄດຕະບອງບູຮານ.



ຫໍຫລັກເມືອງວຽງຈັນນີ້ ມີຄວາມໝາຍສຳຄັນ ຊຶ່ງສະແດງໃຫ້ເຫັນວ່າ:

1. ການຝັງຫລັກບ້ານຫຼື ຫລັກເມືອງ ເພື່ອເປັນນິມິດໝາຍໃຫ້ການຕັ້ງບ້ານໃໝ່ ເມືອງໃໝ່ ແມ່ນປະເພນີອັນໜຶ່ງຂອງປະຊາຊົນລາວ ທີ່ນັບຖືກັນມາຕັ້ງແຕ່ບູຮານນະການ ຈົນເຖິງປະຈຸບັນ. ຄວາມໝາຍສຳຄັນຂອງຫລັກບ້ານຫລັກເມືອງ ແມ່ນເພື່ອຄວາມໝັ້ນຄົງຖາວອນ ແລະຄວາມຢູ່ເຢັນເປັນສຸກຂອງບ້ານເມືອງນັ້ນເອງ.


2. ເສົາຫລັກເມືອງວຽງຈັນແຫ່ງນີ້ ໄດ້ຢັ້ງຢືນປະຫວັດສາດໜ້າ 1 ຂອງຊາດລາວເຮົາ, ເປັນເຫດການທີ່ເກີດຂຶ້ນກ່ອນໜ້ານີ້ 477 ປີ ຫຼື 20 ປີກ່ອນທີ່ເມືອງວຽງຈັນຈະໄດ້ຮັບການສະຖາປະນາໃຫ້ເປັນນະຄອນຫລວງຂອງອານາຈັກລາວລ້ານຊ້າງ ໄດ້ຢັ້ງຢືນເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຄວາມອົງອາດກ້າຫານຂອງຄົນລາວສະໄໝກ່ອນ ໃນການຕໍ່ສູ້ປົກປ້ອງປິຕິພູມແລະ ສ່ອງແສງເຖິງຄວາມຮຸ່ງເຮືອງເຫລືອງເຫລື້ອມຂອງວຽງຈັນ ໃນຍຸກອານາຈັກລ້ານຊ້າງ.



3. ການກໍ່ສ້າງຫໍຫລັກເມືອງຂຶ້ນໃໝ່ນີ້ ດ້ານໜຶ່ງເປັນການຢັ້ງຢືນແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ ແລະ ລັດເຮົາໃນການສືບທອດ “ມູນເຊື້ອ”ອັນດີງາມຂອງຊາດ ແລະ ສົ່ງເສີມສິນລະປະວັດທະນະທຳ ທີ່ເປັນເອກະລັກຂອງຊາດ ທີ່ມີລັກສະນະກ້າວໜ້າ ແລະ ມະຫາຊົນ ດ້ານໜຶ່ງອີກກໍເປັນຫລັກຖານທາງປະຫວັດສາດ ກາຍເປັນສັນຍາລັກຂອງນະຄອນຫລວງວຽງຈັນຍຸກໃໝ່ ຍຸກສະໄໝແຫ່ງຄວາມຈະເລີນສີວິໄລ ແລະ ທັນສະໄໝຢູ່ພາຍໃຕ້ແສງສະຫວ່າງແຫ່ງການນຳພາທີ່ປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ.

ທີ່ມາ: www.vtetoday.la
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.