Header Ads

ປະຫວັດສາດ ຫລື ພົງສາວະດານລາວ



ປະຫວັດສາດ ຫລື ພົງສາວະດານລາວ ແມ່ນ ບັນຶກຢູ່ຫຼາຍເຫດການໃນອາດີດ ເລີມຕົ້ນແຕ່ການກໍາເນີດເກີດຂອງຊາດລາວຈົນເຖີງປັດຈູບັນ, ປະຫວັດສາດລາວໄດ້ບັນທືກຢ່າງຕໍ່ເນື່ອງຕາມຍຸກສະໄຫມ ບາງຄັ້ງ ການບັນທືກກໍຂາດຕີດຂາດທ່ອນຍ້ອນ ຍາດແຍ່ງຊ່ວງຊີງອໍານາດພາຍໃນ ການຄູ້ມຄອງ ເປັນເຫດການບັນທືກກໍຫັນອອກຈາກຄວາມຈີງ ອີກເຫດໜຶ່ງຍ້ອນຂ້າເສີກສົງຄາມຕ່າງຊາດຍາດດີນແດນອານາເຂດ ເຂົ້າມາທໍາລາຍ ເຜົາໃຫມ້ບ້ານເມືອງຫໍໂຮງຕ່າງ ໆ ລັກໂລບ ມູນມໍລະດົກ ຕໍາລາ ການປົກຄອງຕໍາລາແຜນບູຣານ ເສຖກີດ ສັງຄົມ ຕ່າງໆ ຫລາຍອັນ ການຍົກຍ້າຍ ຖີ່ນຖານລໍາເນົາ ເປັນເຫດໃຫ້ ປື້ມສມຸດປະຫັວດສາດລາວຖືກສູນເສັຍ ແລະຈໍາຕ້ອງໄດ້ ມາຂຽນໃຫມ່ ບັນທືກໃຫມ່ ເລີ້ມຕົ້ນໃຫມ່. ສູນເສັຍຫລາຍແມ່ນ ໄລຍະການປ່ຽນ ລະບົບການປົກຄອງ ຫຼື ການປະຕິວັດໃນປີ1975 ເພາະພວກເພິ່ນໄດ້ຈຸດເຜົາເອກສານຕໍາລາເອກສານຕ່າງໆ ທໍາລາຍຫໍໂຮງ ອາລາມທີ່ເກົ່າແກ່ ທີ່ຕົກທອດມາແຕ່ບັນພະບຸລຸດ ເພື່ອບໍ່ໃຫ້ລຸກຫລານເຫລັນເຫັນ ແລະ ບໍ່ໃຫ້ຣູ້ ວ່າຄວາມວີວີໄລໃນລະບອບເກົ່ານັ້ນມີຫລາຍຊໍ່າໃດ ສີ່ງ ທີ່ຣ້າຍແຣງໄປກ່ວານັ້ນແມ່ນທໍາລາຍ ຄູບາອາຈານ ຜຸ້ມີປັນຍາ ມີການສືກສາ ຜູ້ສະຫລາດ ແຕ່ກໍຍັງໂຊກດີ ປະຊາຊົນຊາດລາວຍັງບໍ່ສີ້ນຄົນດີຈີ່ງໄດ້ມີຜຸ້ບັນທືກປະຫວັດສາດ ຫລືພົງສາວະດານໃນນາມສ່ວນຕົວ ໄດ້ລວບລວມບາງເອກສານທີ່ເຫລືອໃນຕົນຄອບຄອງໃຫ້ຊາວລູກຫລານ ເຫລັນ ໄດ້ສືກສາຣຽນຮູ້ ໄດ້ຮູ້ຈັກປະຫວັດການເປັນມາ ການກໍາເນີດ ການຕໍ່ສຸ້ ປົກປ້ອງຊາດ ປົກປ້ອງມໍລະດົກ ແລະປົກປ້ອງແຜ່ນດີນທັງເຂດແຄວ້ນ ໃຫ້ເກີດມີຄວາມທະໃຈໃນການເກີດມາເປັນຊາດລາວ ມີແຜ່ນດີນ ພາສາ ວັທນະທໍາຕ່າງເປັນຂອງຕົນເອງ. ເພື່ອນັກຄົ້ນຄວ້າ ເພື່ອຜູ້ສົນໃນໃນປະຫວັດສາດຂອງລາວ, ມີ ຢູ່ ຫໍສມຸດ ທີ່ປະເທດໄທ ປະເທດຝລັ່ງສດ ແລະ ຂອງສາກົນ ແລະ ທ່ານຍັງສາມາດຄົ້ນໄດ້ທາງ ເວບໄຊ້ຕ ຕ່າງໆ.

ປະຫວັດອານາຈັກລາວ
ລາວ ເປັນປະເທດທີສີວີໄລມາແຕ່ກ່ອນ ແລະ ເຄີຍເປັນຄູ່ແຂ່ງເສດຖະກິດທີ່ຊີງດີຊີງເດັ່ນກັບຈີນ ແລະ ອີນເດັຍ.
ລາວ ເປັນຊາດທີ່ມີສຕີປັນຍາສະລາດຫລັກແຫລມ ທາງດ້ານ ການສືກສາ, ອັກສອນສາດ, ການປົກຄອງ, ສັງຄົມ ວັດທະທໍາ, ການຜະລີດ ເປັນຕົ້ນ ລາວຣູ້ຜະລີດໃຫມ ເຣັດຜ້າໃຫມແຜໃຫມ ກ່ອນຫມູ່ໃນໂລກ ທີ່ໄດ້ພົບຂໍ້ມູນທີ່ຫໍສມຸດທີ່ປະເທດ ີຕາລີ, ຮູ້ຜະລີດ ຫມື້ ເຈັຍ ທໍາເປັນອາວຸດຣູ້ຜະລີດໂລຫະ ຄໍາ ເງີນ ທອງ ແລະ ອື່ນໆ ມີ ສີນລະປະຕົກແຕ່ງແລະເທັກນີກກໍສ້າງ ຫໍໂຮງອາຄານ ຕະລອດການຕໍສູ້ປົກປ້ອງຊາດ ແລະ ເຂດແຄ້ວນ ດ້ວຍສີນລະປະຍຸດທະສາດເກ່ງກ້າ.

ໃນສະໄຫມ 5500 ປີທີ່ຜ່ານມາ ຊາດລາວເຮົາໄດ້ຕັ້ງຖີ່ນຖານພູມລໍາເນົາຢູ່ແທບພຸເຂົາ ອັນໄຕ ເຊີງຕີດກັບດີນຈີນ ດີນໂຊວຽດ ແລະດີນມົງໂກລີ ໃນດຽວນີ້ ໃນສໄຫມນັ້ນ ຊາດຈີນຍັງລ້ຽງສັດ ແລະປູກຜັກຢູ່ອ້ອມແອ້ມທະເລສາບກາສປຽນ ຕໍ່ມາໃນສະໃຫມ4970 ປີມາ ຊາດລາວໄດ້ມາຕັ້ງດີນແດນຂອງຕົນ ຢູ່ໃນແຖບແມ່ນໍ້າເຫລືອງ ຫລືແມ່ນໍ້າຮວງໂຫ ແລະ ສງວນນາມຂອງຕົນເອງວ່າ ອ້າຍລາວ ຊາວຈີນໄດ້ຫນີຈາກທະເລສາບກາສປຽນ ມາແຊກແຊງລາວ ຈົນເຖີງສມັຍ 4170 ປີ ທີ່ຜ່ານມາ ລາວກັບຈີນມີເຂດນໍ້າແດນດິນຕີດກັນ ເພາະຈີນໄດ້ມາຄອບຄອງດິນພາກເຫນືອຂອງລາວ. ລາວເຣົາໄດ້ຕັ້ງອານາຈັກລາວອ້າຍລາວ ຂື້ນຢູ່ແທບແມ່ນນໍ້າໃຫວ ລົງມາທາງໃຕ້ ແລະມີຜືນແຜ່ນດິນ ຊີ່ງຄອບຄຸມເອົາແຄ້ວນເຊສວນ ແຄ້ວນຮູເປ ແຄ້ວນຮູນານ ແລະແຄ້ວນອັນຫຸຍ ໃນປະເທດຈີນດຽວນີ້ ການກີນຢູ່ຢ່າງສັນຕິວິທີລະຫວ່າງລາວຈີນກໍເກີດຂື້ນ ແລະການແຕ່ງດອງລະຫວ່າງສອງຊາດກໍສັບປົນກັນຂື້ນມາ ຈື່ງເປັນເຫດໃຫ້ຈີນແລກປ່ຽນການທູດກັບລາວ.


ທີ່ມາ: ມະຫາວິທະຍາໄລແຫ່ງຊາດລາວ
© ລາວລ້ານແຊຣ  | www.laoslanshare.com  
___________

No comments

Powered by Blogger.