Header Ads

ລັດຖະບານ ພົບເຫັນ 11 ບັນຫາຕົ້ນຕໍ່ທີ່ເປັນຕົວຖ່ວງດຶງການພັດທະນາປະເທດຊາດ



ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອບໍ່ດົນມານີ້ວ່າ: ເຖິງວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ດໍາເນີນໄປເປັນປົກກະຕິກໍຕາມ, ແຕ່ລັດຖະບານຍັງພົບເຫັນຫລາຍບັນຫາທີ່ສົ່ງຜົນກະທົບຕໍ່ການພັດທະນາປະເທດຄື:


(1) ເສດຖະກິດມະຫາພາກຂອງພວກເຮົາຍັງມີຄວາມບອບບາງ, ການຂາດດູນລະຫວ່າງລາຍຮັບ-ລາຍຈ່າຍງົບປະມານຍັງບໍ່ທັນໄດ້ຕາມຄາດໝາຍ, ເຊິ່ງຜ່ານການຕີລາຄາການປະຕິບັດງົບປະມານງວດ I ແມ່ນໄດ້ພຽງປະມານ 78% ຂອງແຜນງວດ, ຍ້ອນພື້ນຖານເສດຖະກິດຍັງບໍ່ທັນຂະຫຍາຍຕົວແຂງແຮງ, ບັນດານະໂຍບາຍ ແລະ ມາດຕະການຈັດເກັບລາຍຮັບທີ່ວາງອອກຍັງຢູ່ໃນໄລຍະເລີ່ມຕົ້ນຈັດຕັ້ງປະຕິບັດ, ການເກັບກຳສຳຫລວດຖານລາຍຮັບ ແລະ ການນຳໃຊ້ລະບົບທີ່ທັນສະໄໝເຂົ້າໃນວຽກນີ້ຍັງຕ້ອງໃຊ້ເວລາໄປໄລຍະໜຶ່ງ.

(2) ການແກ້ໄຂໃຫ້ຂາດຕົວຕໍ່ການສົມຮູ້ຮ່ວມຄິດ ເພື່ອການກະທຳຜິດກົດໝາຍ ແລະ ລະບຽບການຍັງເກີດຂຶ້ນ, ໂດຍສະເພາະແມ່ນການລັກລອບສົ່ງອອກ ແລະ ນຳເຂົ້າສິນຄ້າທີ່ບໍ່ຖືກລະບຽບ ເຊັ່ນ: ນໍ້າມັນ, ພາຫະນະ ແລະ ສິນຄ້າປະເພດອື່ນໆ.

(3) ລັດຖະບານໄດ້ຖືການເບີກຈ່າຍເງິນເດືອນໃຫ້ພະນັກງານ-ລັດຖະກອນເປັນວຽກງານສຳຄັນ, ມາຮອດປັດຈຸບັນຍັງມີບາງຂະແໜງການຢູ່ສູນກາງ ແລະ ບາງເຂດຫ່າງໄກບໍ່ທັນຮັບປະກັນການເບີກຈ່າຍຕາມເວລາທີ່ກຳນົດ.

(4) ການຜະລິດສິນຄ້າ ແລະ ບໍລິການຢູ່ພາຍໃນຍັງມີຕົ້ນທຶນສູງເມື່ອທຽບໃສ່ປະເທດອ້ອມຂ້າງ, ເຮັດໃຫ້ຄວາມອາດສາມາດໃນການແຂ່ງຂັນຍັງຕໍ່າ, ຍ້ອນອີງໃສ່ການນຳເຂົ້າເປັນສ່ວນຫລາຍ, ການນຳໃຊ້ເຄື່ອງມື ແລະ ເຕັກນິກການຜະລິດບໍ່ທັນສະໄໝ, ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດບໍ່ທັນມີມາດຕະການເປັນລະບົບຄົບຊຸດ ແລະ ປະຕິບັດໄດ້ຢ່າງມີປະສິດທິຜົນ ເຮັດໃຫ້ຄ່າຄອງຊີບພາຍໃນສືບຕໍ່ສູງ ແລະ ກະທົບຕໍ່ການດຳລົງຊີວິດຂອງພະນັກງານ ແລະ ປະຊາຊົນ, ການສົ່ງເສີມ ແລະ ອຳນວຍໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນ.

(5) ການປັບປຸງບັນດາລັດວິສາຫະກິດເຮັດໄດ້ຊ້າຍ້ອນບັນຫາລະລວມໄດ້ສະສົມມາດົນ, ເຮັດໃຫ້ຫລາຍວິສາຫະກິດຂອງລັດພົບຄວາມຫຍຸ້ງຍາກ, ຂາດສະພາບຄ່ອງ ແລະ ຂາດປະສິດທິຜົນ.


(6) ການປະຕິບັດພາລະບົດບາດໜ້າທີ່ ແລະ ການປະສານງານຂອງບັນດາຂະແໜງການ ແລະ ທ້ອງຖິ່ນຍັງຊັກຊ້າ, ບໍ່ທັນກົມກຽວເທົ່າທີ່ຄວນ, ບາງເທື່ອຂາດຄວາມເປັນເຈົ້າການ ແລະ ເອື່ອຍອີງລໍຖ້າແຕ່ຄຳສັ່ງເຮັດໃຫ້ການປັບປຸງແກ້ໄຂບັນຫາທີ່ຂຶ້ນໃນຄວາມຮັບຜິດຊອບຂອງຕົນຊັກຊ້າແກ່ຍາວ.

(7) ການບໍລິການອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ແລະ ອະນຸຍາດດຳເນີນທຸລະກິດຂອງພາຍໃນ ແລະ ຕ່າງປະເທດຫາກໍເລີ່ມປະຕິບັດກົນໄກປະຕູດຽວໄລຍະທຳອິດ, ແຕ່ຈະໄດ້ສືບຕໍ່ປັບປຸງແກ້ໄຂຂອດການປະສານງານ ແລະ ການພິຈາລະນາໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຮອບຄອບຮັດກຸມ ເພື່ອອຳນວຍຄວາມສະດວກ, ຊຸກຍູ້ສົ່ງເສີມ ແລະ ດຶງດູດໃຫ້ມີການລົງທຶນຂອງພາຍໃນ ແລະ ຕ່າງປະເທດຫລາຍຂຶ້ນຕື່ມເພື່ອເປັນການກະຕຸ້ນເສດຖະກິດຂອງປະເທດ.

(8) ບາງຂະແໜງການສູນກາງບໍ່ທັນເອົາໃຈໃສ່ເທົ່າທີ່ຄວນຕໍ່ການປັບລະບົບຂອງຕົນໃຫ້ກົມກຽວກັບບັນດາມະຕິຂອງສະພາແຫ່ງຊາດ ຫລື ອຳນາດການປົກຄອງທ້ອງຖິ່ນກັບສະພາທ້ອງຖິ່ນ, ຍັງບໍ່ທັນເຂົ້າແກັບເຂົ້າເກຍປານໃດຈຶ່ງເປັນອຸປະສັກໃຫ້ແກ່ການຕິດຕາມ, ກວດກາ ແລະ ກວດສອບໃຫ້ໄປລວງດຽວໄດ້.

(9) ການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫຍ່ຍັງບໍ່ທັນເປັນລະບົບດີ, ຂາດການສະຫລຸບລາຍງານຄວາມຄືບໜ້າທີ່ແທດຕົວຈິງ, ເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມຊັກຊ້າ ຫລື ບໍ່ໄປຕາມແຜນ, ເກີດມີຊ່ອງຫວ່າງໃຫ້ແກ່ການສວຍໂອກາດຫລົບຫລີກການປະຕິບັດກົດໝາຍ ແລະ ລະບຽບການເຊັ່ນ: ການລັກລອບນຳເຂົ້າວັດຖຸດິບ, ວັດສະດຸກໍ່ສ້າງ, ພາຫະນະ, ນ້ຳມັນ ແລະ ອື່ນໆ ທີ່ເຮັດໃຫ້ລັດສູນເສຍລາຍຮັບເປັນຈຳນວນຫລວງຫລາຍ.



(10) ການປະຕິບັດນະໂຍບາຍ ກໍຄືກົດໝາຍທີ່ດິນເຫັນວ່າມີຫລາຍຊ່ອງຫວ່າງນຳໄປສູ່ຄວາມສັບສົນ.

(11) ການຄຸ້ມຄອງຈັດລະບຽບ ແລະ ແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມເຖິງວ່າໄດ້ດຳເນີນການຢ່າງຈິງຈັງ ເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າຂາຍ ແລະ ດຳເນີນທຸລະກິດຜິດກົດໝາຍ, ຂີ້ລັກງັດແງະ, ຫລິ້ນການພະນັນ, ການຈະລາຈອນແອອັດ ແລະ ອື່ນໆ, ແຕ່ກໍມີຫລາຍບັນຫາທີ່ປະຊາຊົນກໍຄືສັງຄົມໄດ້ຮຽກຮ້ອງໃຫ້ລັດຖະບານຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນ: ການສໍ້ລາດບັງຫລວງຂອງພະນັກງານ, ການຫລິ້ນກິນຟຸມເຟືອຍ, ການເຊື່ອມຖອຍທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ການເຊື່ອຖືງົມງວາຍ ແລະ ອື່ນໆ, ເຊິ່ງບັນຫາຄົງຄ້າງທັງໝົດນີ້ແມ່ນລັດຖະບານຈະໄດ້ຮີບຮ້ອນແກ້ໄຂໃຫ້ໝົດໄປ.



ທີ່ມາ: ໜັງສືພິມລາວພັດທະນາ 
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.