Header Ads

ເຮືອຊ່ວງບໍລິສັດພັນທະມິດກໍ່ສ້າງໄຊຍະບູລີຮັບຂັນຊະນະເລີດໄປຄອງໃນງານບຸນຊ່ວງເຮືອທີ່ເມືອງມໍລະດົກໂລກ



ງານບຸນເດືອນ 9 ຫໍ່ເຂົ້າປະດັບດິນຊ່ວງເຮືອທີ່ຍຶ່ງນໍ້າຄານ ເມືອງມໍລະດົກໂລກ ຫຼວງພະບາງ ທີ່ໄດ້ຈັດຂື້ນຢ່າງຄືກຄື້ນໃນ ວັນທີ 21 ສິງຫາ 2017 ນີ້ ກົງກັບມື້ແຮມ 14 ຄໍ່າເດືອນ 9, ມີເຮືອເຂົ້າຮ່ວມແຂ່ງຂັນທັງຫມົດ 32 ລໍາ,ການແຂ່ງຂັນປະຊັນແຮງກັນເທິງຫນ້ານໍ້າຂອງທີມສີພາຍແຕ່ລະລໍາໄດ້ເລີ່ມຂື້ນຢ່າງເປັນທາງການນັບແຕ່ໄດ້ເປີດພິທີແຂ່ງຂັນໃນ ເວລາ 9:00 ໂມງ, ໂດຍໃຫ້ກຽດເຂົ້າຮ່ວມຮັບຊົມ ແລະ ຕັດແຖບຜ້າເປີດການແຂ່ງຂັນ ຂອງ ທ່ານ ນາງ ປານີ ຢ່າທໍ່ຕູ່ ປະທານສະພາແຫ່ງຊາດ,ທ່ານ ຄໍາຂັນ ຈັນ ທະວີສຸກ ເຈົ້າແຂວງໆຫລວງພະບາງ, ,ມີ ທ່ານ ສຸກັນ ບຸນຍົງ ເຈົ້າເມືອງໆຫລວງພະບາງ, ມີບັນດາແຂກທີ່ຖືກເຊີນຈາກກະຊວງ ແລະ ຫົວຫນ້າພະແນກການອ້ອມຂ້າງແຂວງ, ພ້ອມດ້ວຍຄະນະກໍາມະການ, ມວນຊົນຊາວຫຼວງພະບາງແຂກທັງພາຍໃນ-ຕ່າງປະເທດ ແລະ ສີພາຍເຂົ້າຮ່ວມຢ່າງມ່ວນຊື່ນ.


ເປີດສາກລ່ອງທໍາອິດແມ່ນການແຂ່ງຂັນກັນລະຫວ່າງເຮືອນາງດໍາ-ນາງດອນ ບັນຍາກາດກໍ່ເລີ່ມຄຶກຄື້ນສຽງກອງຊົມກອງເຊຍທີ່ໄດ້ຫລັ່ງໄຫລກັນເຂົ້າມາຢູ່ສອງຝາກຝັງແມ່ນໍ້າຄານນັບແຕ່ຈຸດປ່ອຍເຮືອຈົນເຖິງຜາມໄຊ ສົ່ງສຽງຟົດສະນັ່ນດັງກ້ອງໄປທົ່ວບໍລິເວນຍ່າງຟົດຟື້ນມ່ວນຊື່ນຈົນຕິດແຄມນໍ້າທັງສອງຟາກຈົນຮອດ 5:30 ໂມງ, ເຊິ່ງເປັນການແຂ່ງຂັນຮອບຊິງຊະນະເລີດລະຫວ່າງເຮືອຊ່ວງບໍລິສັດພັນທະມິດກໍ່ສ້າງຂົວ-ທາງແຂວງໄຊຍະບູລີ ກັບ ເຮືອຊ່ວງອົງການໄອຍາການປະຊາຊົນແຂວງຫຼວງພະບາງ ທ່າມກາງບັນດາກອງເຊຍສອງຟາກຝັງແມ່ນໍ້າຄານ ຜູ້ທີ່ນັ່ງຕັ່ງກໍ່ໄດ້ລຸກຂື້ນເຊຍກັນສົ່ງສຽງຮ້ອງໂຫ່ຍ່າງບໍ່ຂາດສາຍ, ໃກ້ເຖິງຫຼັກໄຊເທົ່າໃດກໍຍິ່ງໂຫ່ຮ້ອງແຮງຂື້ນເທົ່ານັ້ນ ຈົນໃນທີ່ສຸດເຮືອຊ່ວງຂອງບໍລິສັດພັນທະມິດກໍ່ສ້າງຂົວ-ທາງແຂວງໄຊຍະບູລີ ກໍ່ໄດ້ກ້າວເຂົ້າເຖິງຫຼັກໄຊກ່ອນ ເຊິ່ງກາຍກັນພຽງ 2-3ຂັ້ນເຮືອເທົ່ານັ້ນ ເຮັດໃຫ້ກອງເຊຍຂອງອົງການໄອຍາການປະຊາຊົນແຂວງຫຼວງພະບາງຜິດຫວັງ ແລະ ຮັບເອົາລາງວັນທີ 2 ໄປຄອງເປັນປີທີສອງ ຈາກນັ້ນກໍ່ໄດ້ຈັດພິທີມອບລາງວັນໃຫ້ແກ່ສີພາຍເຮືອຊ່ວງ.



ລາງວັນທີ1 ເຮືອຊ່ວງຂອງບໍລິສັດພັນທະມິດກໍ່ສ້າງຂົວ-ທາງແຂວງໄຊຍະບູລີ ໄດ້ຮັບຂັນເງີນສົດຄອງຊະນະເລີດນໍ້າຫນັກ 1,5 ກິໂລ ຈໍານວນ 1 ຫນ່ວຍ ມູນຄ່າ 18 ລ້ານກີບ, ຂັນເງີນ ຊະນະເລີດຫນັກ 1 ກິໂລ 1 ຫນ່ວຍ ມູນຄ່າ 11 ລ້ານກີບ, ເງີນສົດ 15 ລ້ານ ກີບ ລວມທັງຫມົດ 44 ລ້ານກີບ, ລາງວັນທີ 2 ເຮືອຊ່ວງອົງການໄອຍາການປະຊາຊົນແຂວງຫຼວງພະບາງ ໄດ້ຮັບຂັນເງີນຫນັກ 0,8 ກິໂລ 1ຫນ່ວຍ ມູນຄ່າ 9 ລ້ານ ພ້ອມເງີນສົດ 14 ລ້ານກີບ, ລວມທັງຫມົດ 23 ລ້ານກີບ,ທີ 3 ຕົກເປັນຂອງເຮືອຊ່ວງນາວາຜານາກ ເມືອງປາກອູ-ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ຮັບຂັນເງິນ 0.5 ກິໂລ 1 ຫນ່ວຍ ມູນຄ່າ 6 ລ້ານກີບ, ເງີນສົດ 13 ລ້ານກີບ ລວມ 19 ລ້ານກີບ, ທີ 4 ເຮືອຊ່ວງບໍລິສັດໂຂ້ ອິນແປງກໍ່ສ້າງ-ຂົວທາງ ແຂວງໄຊຍະບູລີ ໄດ້ຮັບເງີນສົດ 12 ລ້ານກີບ,ທີ່5 ເຮືອຊ່ວງນະຄອນຫຼວງວຽງຈັນບໍລິສັດແສງເພັດກໍ່ສ້າງ-ເກັບກູ້ລະເບີດ ແຊ້ມເກົ່າ ຮັບເງິນສົດ 11.000.000ກີບ,ທີ່6 ເຮືອຊ່ວງເມືອງຊຽງເງິນໂຄງການພັດທະນາແຫຼ່ງທ່ອງທ່ຽວເຂື່ອນນໍ້າອູI,II ຮັບເງິນສົດ 10.000.000ກີບ,ທີ່7 ເຮືອຊ່ວງບໍລິສັດຊີມັງອຸດົມໄຊຈໍາກັດ ຮັບເງິນສົດ 9.000.000ກີບ,ທີ່8 ເຮືອຊ່ວງບ້ານນູນສະຫວາດ-ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຮັບເງິນສົດ 8.500.000ກີບ,ທີ່ 9 ມີ 4 ລໍາຄື: ເຮືອຊ່ວງບ້ານພັນຫຼວງ-ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ,ທະນາຄານຮ່ວມພັດທະນາ(JDB)-ເຈົ້າແມ່ຄໍາແປງນາຄາ,ບ້ານຊຽງທອງຄີລີ-ນາງບົວຄໍາ ແລະ ເມືອງຊຽງເງີນສະພາການຄ້າຈີນຫຼວງພະບາງ-ບ້ານແອນສະຫວັນ ຮັບເງິນສົດລໍາລະ 8.000.000ກີບ,ທີ່ 13 ເທົ່າມີ 4 ລໍາຄື: ເຮືອຊ່ວງບໍລິສັດອຸທຸມພອນກໍ່ສ້າງຂົວ-ທາງ,ບ້ານຊ່າງໄຫ-ບໍລິສັດເທດໂກບາໂກ,ບ້ານຊຽງລ້ອມ1-ນາວາມາລູ ແລະ ບ້ານຫາດຫ່ຽນ ຮັບເງິນສົດລໍາລະ 7.800.000ກີບ,ທີ່17 ເທົ່າມີ 8 ລໍາຄື: 



ເຮືອຊ່ວງບ້ານຊຽງລ້ອມ 2 -ນາງແສງດາວ,ວັດໃໝ່ສຸວັນນະພູມມາຣາມ-ນາງເຢັຍແຂ,ເມືອງພູຄູນ-ທ້າວຄໍາອານ,ບ້ານຈອມງົວ-ນາງບົວລອຍ,ບ້ານປາກຊືອງ-ເຈົ້າແມ່ປາກເຊືອງ,ພະແນກພະລັງງານບໍ່ແຮ່-ບໍລິສັດໄຊອຸດົມການໄຟຟ້າ ແລະ ບ້ານທາດຫຼວງ ຮັບເງິນສົດລໍາລະ 7.600.000ກີບ,ທີ່ 25 ເທົ່າມີ 8 ລໍາຄື: ເຮືອຊ່ວງບ້ານຄອຍ,ບ້ານສະເລື່ອນ,ບ້ານຈ່ານເໜືອ,ບ້ານສັງຄະໂລກ,ບ້ານອາໄພ-ນາງນອນຮຽວ,ບ້ານຖິ່ນຊົມ,ບ້ານພະບາດໃຕ້,ບ້ານເມືອງຂາຍ ຮັບເງິນສົດລໍາລະ 7.500.000ກີບ ແລະ ລາງວັນເຮືອນາງດໍານາງດອນລໍາລະ 3.000.000ກີບ.ນອກນັ້ນຍັງມີລາງວັນເຮືອງາມຕື່ມອີກ 3 ລາງວັນ,ເປັນກຽດມອບລາງວັນທີ 1,2,3 ແມ່ນ ທ່ານ ສຸກັນ ບຸນຍົງ ເຈົ້າເມືອງຫລວງພະບາງ ທັງເປັນປະທານຈັດງານບຸນແຂ່ງຂັນຊ່ວງເຮືອເດືອນ 9 ຫໍ່ເຂົ້າປະດັບດິນ, ພ້ອມນີ້ທ່ານ ສຸກັນ ບຸນຍົງ ເຈົ້າເມືອງໆຫລວງພະບາງ ໄດ້ກ່າວວ່າ: ບຸນຊ່ວງ ເຮືອເດືອນເກົ້າຫໍ່ເຂົ້າ ປະດັບດິນ ແມ່ນເປັນປະເພນີອັນດີງາມຂອງຊາວຫລວງພະບາງທີ່ໄດ້ສືບທອດຕໍ່ກັນມາຈົນເຖິງທຸກວັນນີ້ ແລະ ເປັນບຸນຫນຶ່ງທີ່ໄດ້ສະທ້ອນໃຫ້ເຫັນເຖິງວັດທະນະທໍາຂອງຊາວຫລວງພະບາງ ແລະ ມີມູນເຊື້ອອັນດຸຫມັ່ນຂະ ຫຍັນພຽນລວມທັງຄວາມສາມັກຄີກັນໄດ້ສະແດງອອກໃຫ້ເຫັນມີການເຕົ້າໂຮມກັນຈັດໃຫ້ມີຕະຫລາດນັດມວນຊົນຢູ່ກາງຖະຫນົນໃຈກາງເມືອງມື້ຫນຶ່ງກ່ອນຊ່ວງເຮືອເພື່ອວາງຂາຍຜົນຜະລິດ, ຜະລິດຕະພັນຕ່າງໆໃຫ້ແກ່ນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເບິ່ງມາຊົມຢ່າງຄັບຄາຫນາແຫນ້ນໃນແຕ່ລະປີ.

ຂ່າວ: ເພັດສາຄອນ ສິມມະວົງ / ຂ່າວສານຫຼວງພະບາງ 
© ລາວລ້ານແຊຣ  | www.laoslanshare.com 
___________

No comments

Powered by Blogger.